ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ

- CiHZjUdJ5HPNXJ92GP8NbBkW7y8JGR5R42 - ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ
- kitchen vibe - ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ

ຣີລ ມາດຣິດ ຕົກ​ເປັນ​ຂ່າວ ​ເລັ່ງ​ແນບ​ນັກ​ເຕະ 3 ຄົນ ​ເປັນ​ສ່ວນ​ໜຶ່ງ​ໃນ​ຂໍ້​ສະ​ເໜີ​ຊື້ຕົວ ​ແຮຣີ ​ເຄນ ດາວ​ຍິງ​ຂອງ​ທອດ​ແນມ ຮອດ​ສະ​ເປີ.

ຣີລ ມາດຣິດ ສະ​ໂມ​ສອນ​ຍັກ​ໃຫຍ່​ແຫ່ງ ລາລີ​ກາ ສະ​ເປ​ນ ກຳລັງ​ວາງ​ແຜນ​ໃຊ້ 3 ນັກ​ເຕະ​ຂອງ​ທີ​ມ ​ເປັນ​ສ່ວນ​ໜຶ່ງ​ໃນ​ຂໍ້​ສະ​ເໜີ​ຂໍຊື້ຕົວ ​ແຮຣີ ​ເຄນ ກອງ​ໜ້າ​ທີ​ມຊາດ​ອັງກິດ​ຂອງ ທອດ​ແນມ ຮອດ​ສະ​ເປີ.

- Visit Laos Visit SALANA BOUTIQUE HOTEL - ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ

​ເຊື່ອ​ກັນ​ວ່າ ​ເຄນ ຄື​ເປົ້າໝາຍ​ຫລັກ​ໃນ​ການ​ເສີມ​ທີ​ມຂອງ ຟໍ​ເຣນຕິ​ໂນ ​ເປ​ເຣ ປະທານ​ສະ​ໂມ​ສອນ ຣີລ ມາດຣິດ ທີ່​ຫວັງ​ດຶງ​ມາ​ເປັນ​ຕົວ​ແທນ​ຂອງ ຄາຣິມ ​ເບ​ນ​ເຊ​ມາ ທີ່​ປະສົບ​ບັນຫາ​ຟອມຕົກ​ຢ່າງ​ໜັກ.

ລາຍ​ງານ​ຂ່າວ​ຫລ້າ​ສຸດ​ຈາກ ​ເດຍຣິ​ໂອ ​ໂກລ ສື່​ຊື່​ດັງ​ຂອງ​ສະ​ເປ​ນ ລະບຸ​ວ່າ: ​ເປ​ເຣ ຫວັງ​ໃຊ້ ​ເກ​ເຣທ ​ເບ​ລ, ລູກາ ​ໂມ​ດຣິຊ ​ແລະ ມັດ​ເຕ​ໂອ ​ໂຄ​ວາ​ຊິ ​ເພື່ອ​ຫລຸດ​ລາຄາ​ຄ່າ​ຕົວ​ຂອງ ​ເຄນ ທີ່​ທາງ​ສະ​ເປ​ນຕັ້ງ​ໄວ້​ສູງ​ເຖິງ 200 ລ້ານ​ປອນ.

- 3 - ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ
- 5 - ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ
- 4 - ຣີລ ມາດຣິດ ເລັ່ງແນບ 3 ນັກເຕະ ເປັນສ່ວນໜຶ່ງຂໍ້ສະເໜີຊື້ ເຄນ