ຄະນະຈັດຕັ້ງສູນກາງພັກດໍາເນີນກອງປະຊຸມຕີລາຄາວຽກງານຈັດຕັ້ງປະຈໍາປີ 2017
ກອງປະຊຸມສະຫລຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານປະຈໍາປີ 2017 ໄດ້ໄຂຂຶ້ນໃນວັນທີ 3 ມັງກອນນີ້ ທີ່ນະຄອນຫລວງວຽງຈັນ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍມີທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະມາຊິກພັກ-ພະນັກງານອົງການຈັດຕັ້ງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ X ໄລຍະ 1 ປີຜ່ານມາວ່າ: ໃນໄລຍະຜ່ານມາ ຄະນະຈັດຕັ້ງສູນກາງພັກ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານ ສຳເລັດ ແລະ ໄດ້ສະເໜີຂັ້ນເທິງຮັບຮອງ-ປະກາດໃຊ້ ບັນດາຄຳສັງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ມະຕິວ່າດ້ວຍມາດຕະຖານພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.
ທ່ານ ວັນໄຊ ພອງສະຫວັນ ໃຫ້ຮູ້ຕື່ມວ່າ: ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຕົ້ນ: ໄດ້ຈັດຕັ້ງເຊື່ອມຊືມມະຕິຕ່າງໆຂອງສູນກາງພັກສະໄໝທີ X, ມະຕິວ່າດ້ວຍເດັດດ່ຽວຕ້ານພະຍາດອາດຍາສິດ ແລະ ຕ້ານການສໍ້ລາດບັງຫລວງ ແລະ ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ສະມາຊິກພັກ-ພະນັກງານ ມີທ່າປ່ຽນແປງດີຂຶ້ນກວ່າເກົ່າ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາ-ຊີ້ນຳຂອງພັກ, ການຄຸ້ມຄອງຂອງລັດຖະບານສູງຂຶ້ນກວ່າເກົ່າ. ປັດຈຸບັນທົ່ວປະເທດມີສະມາຊິກພັກທັງໝົດ 302.537 ສະຫາຍ, ຍິງ 71.180 ສະຫາຍ, ທຽບໃສ່ປີ 2016 ເພີ່ມຂຶ້ນ 21.524 ສະຫາຍ, ໄດ້ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນທັງໝົດ 235.621 ສະຫາຍ.