ວິທີການສ້າງລະບຽບວິໄນໃຫ້ລູກ
January 4, 2018 - 4:43 PM
- ບອກເຕືອນເຂົາດ້ວຍຄໍາເວົ້າ: ຄໍາເວົ້າຖືເປັນເຄື່ອງເຕືອນໃຈທໍາອິດທີ່ສາມາດບອກເຂົາໄດ້ຢ່າງງ່າຍດາຍທີ່ສຸດ ແຕ່ຈະຕ້ອງໃຊ້ຄໍາເວົ້າທີ່ອ່ອນໂຍນ, ໃຈເຢັນ, ບໍ່ດ່າເຂົາແບບແຮງໆ ເຂົາກໍຈະເກີດຄວາມອ່ອນນ້ອມ ແລະ ເຊື່ອຟັງ.
- ເປັນແບບຢ່າງທີ່ດີໃຫ້ກັບລູກ: ເພາະພໍ່ແມ່ຄືຄູຄົນທໍາອິດ ໝາຍເຖິງການກະທໍາຂອງພໍ່ແມ່ເປັນຕົວຢ່າງທີ່ດີທີ່ສຸດຂອງລູກ ເພາະສະນັ້ນ ເຮົາຈຶ່ງຕ້ອງປະພຶດໃຫ້ດີເປັນແບບຢ່າງທີ່ດີໃຫ້ກັບລູກ ຕ້ອງໃສ່ໃຈກັບລະບຽບວິໄນຂອງຕົວເອງເຊັ່ນ: ເກັບມ້ຽນເຄື່ອງເປັນບ່ອນເປັນທີ່, ເປີດ-ປິດໄຟ ຫຼື ໂທລະພາບເປັນເວລາ ເພື່ອໃຫ້ລູກເຫັນແບບຢ່າງທີ່ດີ ແລະ ປະຕິບັດຕາມໄດ້ຢ່າງງ່າຍດາຍ.
- ການຕໍານິ: ພໍ່ແມ່ຄວນຕໍານິແຕ່ພຶດຕິກໍາທີ່ບໍ່ຖືກຕ້ອງ ແລະ ເປັນການຕໍານິຢ່າງມີເຫດຜົນ ບໍ່ດຶງເລື່ອງອື່ນມາກ່ຽວຂ້ອງ ຫຼື ເໝົາລວມວ່າລູກເປັນຄົນບໍ່ດີ.
- ບໍ່ຄວນຂູ່ລູກໃຫ້ຢ້ານ: ຫາກພໍ່ແມ່ໃຊ້ການຂູ່ເປັນປະຈໍາເຮັດໃຫ້ເດັກມີທັດສະນະຄະຕິໃນແງ່ລົບກັບພໍ່ແມ່ຫຼາຍຂຶ້ນ ຄວນໃຫ້ຄວາມສໍາຄັນກັບການສອນລະບຽບວິໄນລູກຢ່າງຄ່ອຍໆເປັນໄປສະໝໍ່າສະເໝີດີກວ່າ ບໍ່ຄວນຂູ່ດ້ວຍຄໍາເວົ້າທີ່ຮ້າຍແຮງ ເພື່ອໃຫ້ເຂົາຮູ້ສຶກຢ້ານກົວ ເພາະມັນຈະກາຍເປົນປົມດ້ອຍທີ່ເຊື່ອງຢູ່ໃນໃຈເຂົາເລິກໆ.
- ເສີມສຸຂະພາບຈິດທາງບວກໃຫ້ກັບລູກ: ອາດຈະຫາສິ່ງທີ່ເປັນແຮງຈູງໃຈໃຫ້ກັບລູກເຊັ່ນ: ໃຫ້ສິ່ງຂອງຕອບແທນຫາກປະຕິບັດຕາມກົດລະບຽບໄດ້ຄົບອາທິດ ຫຼື ຄົບເດືອນ ອາດຈະພາໄປທ່ຽວສະຖານທີ່ທີ່ລູກຢາກໄປ ຫຼື ຊື້ຂອງຫຼິ້ນໃຫ້ເປັນລາງວັນ.
- ສອນເຕັກນິກການຈັດການຕົວເອງໃຫ້ກັບລູກ: ກໍຄືເມື່ອລູກຮູ້ສຶກຄຽດ ກໍໃຫ້ຢູ່ຄົນດຽວງຽບໆ ສະຫງົບສະຕິອາລົມ ເພື່ອໃຫ້ໃຈເຢັນເອງ ຫຼື ຊອກເພງໃຫ້ຟັງ, ເບິ່ງໂທລພາບ ເພື່ອຜ່ອນຄາຍອາລົມເຫຼົ່ານັ້ນໃຫ້ດີຂຶ້ນ ເມື່ອພໍ່ແມ່ຝຶກລູກໄດ້ແບບນີ້ກໍຈະເຮັດໃຫ້ລູກເຕີບໂຕມາພ້ອມກັບວິທີບໍລິຫານຈັດການອາລົມໄດ້ເປັນຢ່າງດີ ແລະ ເຮັດໃຫ້ລູກຢູ່ຮ່ວມສັງຄົມກັບຜູ້ອື່ນໄດ້ຢ່າງບໍ່ມີບັນຫາອີກດ້ວຍ.