ອິດສະລາແອນເດີນໜ້າເນລະເທດ ຜູ້ອົບພະຍົບອາຟຣິກາເກືອບ 4 ໝື່ນຄົນ
ລັດຖະບານອິດສະລາແອນຂີດເສັ້ນຕາຍໃຫ້ຜູ້ອົບພະຍົບຜິດກົດໝາຍຊາວອາຟຣິກາເກືອບ 40.000 ຄົນ ເດີນທາງອອກນອກປະເທດພາຍໃນເດືອນນີ້ ບໍ່ສະນັ້ນຈະຖືກຈັບ ແລະ ດຳເນີນຄະດີຕາມກົດໝາຍ.
Israel offers migrants from Sudan and Eritrea $3,500 as well as assistance with travel documents to voluntarily leave the country pic.twitter.com/ohI1Mzgcos
— TRT World Now (@TRTWorldNow) January 2, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເທລອາວີຟ ປະເທດອິດສະລາແອນ ໃນວັນທີ 4 ມັງກອນນີ້ວ່າ: ນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ກ່າວໃນວັນທີ 3 ມັງກອນ ຢືນຢັນການເດີນໜ້າມາດຕະການເນລະເທດຜູ້ອົບພະຍົບຜິດກົດໝາຍຊາວອາຟຣິກາປະມານ 38.000 ຄົນ ສ່ວນຫລາຍເປັນຜູ້ຖືສັນຊາດອິຣີເຕຣຍ ແລະ ຊູດັງ ໂດຍຜູ້ອົບພະຍົບກຸ່ມນີ້ມີເວລາເຖິງວັນທີ 31 ມັງກອນນີ້ເທົ່ານັ້ນໃນການເດີນທາງອອກຈາກອິດສະລາແອນ ພ້ອມຄ່າຊົດເຊີຍທີ່ລັດຖະບານອິດສະລາແອນຈະມອບໃຫ້ຄົນລະ 3.500 ໂດລາສະຫະລັດ ພ້ອມການຈັດຫາປີ້ໂດຍສານຖ້ຽວບິນສູ່ຈຸດໝາຍທີ່ຕ້ອງການ ນັ້ນຄືການເດີນທາງກັບພູມລຳເນົາທີ່ຈາກມາ ຫລື ເດີນທາງຕໍ່ໄປປະເທດທີສາມ ໂດຍຈະບໍ່ມີການຄິດຄ່າທຳນຽມ.
ທັງນີ້, ຈຳນວນເງິນຊົດເຊີຍຈະຫລຸດລົງຖ້າຜູ້ອົບພະຍົບເດີນທາງອອກຈາກອິດສະລາແອນຫລັງຜ່ານພົ້ນເສັ້ນຕາຍດັ່ງກ່າວ ແລະ ຜູ້ທີ່ປະຕິເສດເດີນທາງອອກນອກປະເທດຈະຖືກຈັບ ແລະ ດຳເນີນຄະດີ. ເຖິງຢ່າງໃດກໍຕາມ, ມາດຕະການເນລະເທດຜູ້ອົບພະຍົບໃນຄັ້ງນີ້ຍັງຍົກເວັ້ນເດັກນ້ອຍ, ຜູ້ອາວຸໂສ ແລະ ຜູ້ໄດ້ຮັບຜົນກະທົບຈາກຂະບວນການຄ້າມະນຸດ. ອີກອັນໜຶ່ງ ມາດຕະການເນລະເທດຜູ້ອົບພະຍົບຂອງລັດຖະບານອິດສະລາແອນໃນຄັ້ງນີ້ເປັນຈຸດສົນໃຈຂອງຫລາຍຝ່າຍມາດົນແລ້ວ ຫລັງມີການປະກາດກຽມປິດສູນອາໄສຊົ່ວຄາວ ໃນເມືອງຮູລອດ ເຊິ່ງຢູ່ໃນທະເລຊາຍເນເກຟ ທາງຕອນໃຕ້ຂອງປະເທດ, ປັດຈຸບັນສູນແຫ່ງນີ້ຮອງຮັບຜູ້ອົບພະຍົບປະມານ 1.200 ຄົນ.
ຂະນະທີ່ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ອອກຖະແຫລງການເຕືອນອິດສະລາແອນວ່າ: ໃນຖານະທີ່ເປັນໜຶ່ງໃນລັດສະມາຊິກຂອງ “ອະນຸສັນຍາວ່າດ້ວຍສະຖານະພາບຜູ້ລີ້ໄພ” ສະບັບປີ 1951 ລັດຖະບານເທລອາວີຟຕ້ອງໃຫ້ການຄຸ້ມຄອງຕາມຫລັກມະນຸດສະທຳແກ່ທັງຜູ້ລີ້ໄພ ແລະ ບຸກຄົນເຊິ່ງຕ້ອງຢູ່ພາຍໃຕ້ການເບິ່ງແຍງຕາມບັນທັດຖານຂອງກົດໝາຍສາກົນໃນເລື່ອງນີ້.