ໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີຄັ້ງທີ IV
ກອງປະຊຸມຄົບຄະນະບໍ ລິຫານງານພັກແຂວງ ໄຊຍະ ບູລີ ຄັ້ງທີ 9 ສະໄໝທີ 6 ໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນຕອນ ເຊົ້າຂອງວັນທີ 3 ມັງກອນ ນີ້, ທີ່ຫ້ອງວ່າການແຂວງ, ໂດຍ ການເປັນປະທານຂອງ ສະ ຫາຍ ພົງສະຫວັນສິດທະວົງ ກໍາມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີບັນດາ ສະຫາຍຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ມີປະທານ, ສະພາປະຊາຊົນ ແຂວງ, ເລຂາພັກເມືອງ, ແລະ ເລຂາໜ່ວຍພັກສໍານັກງານ- ອົງການອ້ອມຂ້າງແຂວງເຂົ້າຮ່ວມ 100 ກວ່າສະຫາຍ.
ກອງປະຊຸມ ໄດ້ພ້ອມກັນ ສະຫຼຸບວຽກງານຮອບດ້ານ ໃນການນໍາພາ ຂອງຄະນະ ພັກ ຂັ້ນຕ່າງໆ ແລະ ໄດ້ຮັບຟັງລາຍ ງານ ແລະ ປະກອບຄໍາຄິດ- ຄໍາ ເຫັນຕໍ່ການຜັນຂະຫຍາຍມະ ຕິ 8 ສະໄໝທີ VI ຂອງຄະນະ ບໍລິຫານງານພັກແຂວງໃນ 3 ເດືອນຜ່ານມາ, ຟັງລາຍງານ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ໃນ 1 ປີຜ່ານ ມາ ແລະ ທິດທາງແຜນການ ປີ 2018, ໃນ ນັ້ນຈະໄດ້ລົງ ເລິກຄົ້ນຄວ້າປະກອບຄໍາ ຄິດ-ຄໍາເຫັນຕໍ່ການຈັດຕັ້ງ ປະຕິບັດວຽກງານຂົງເຂດ ຕຸລາການ, ວຽກງານແນວ ລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນໃນ ປີ 2017 ໃຫ້ເຫັນໄດ້ດ້ານດີ, ດ້ານ ອ່ອນຂໍ້ຄົງຄ້າງ, ເພື່ອພ້ອມ ກັນປັບປຸງແກ້ໄຂ ແລະ ພ້ອມ ນີ້ຍັງຈະໄດ້ພ້ອມກັນກໍານົດ ທິດທາງແຜນການ ປີ 2018 ເພື່ອບຸກທະລຸສູ້ຊົນບັນລຸຄາດ ໝາຍມະຕິ ກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກ ແຂວງວາງອອກໃຫ້ປາກົດ ຜົນເປັນຈິງ.
+ ຄະນະຈັດຕັ້ງສູນກາງພັກດໍາເນີນກອງປະຊຸມຕີລາຄາວຽກງານຈັດຕັ້ງປະຈໍາປີ 2017
+ ຜົນກອງປະຊຸມສະພາປະຊາຊົນແຂວງອັດຕະປື
ສະຫາຍ ພົງສະຫວັນ ສິດທະວົງ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ພາຍໃຕ້ການຊີ້ ນໍາ-ນໍາພາ ຂອງຄະນະບໍລິ ຫານງານພັກ ແຂວງ ແລະ ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກຂັ້ນຕ່າງໆ ແລະ ການຕື່ນຕົວເຂົ້າຮ່ວມ ຢ່າງເປັນເຈົ້າການຂອງ ພະ ນັກງານ-ສະມາຊິກພັກ, ທະ ຫານ, ຕໍາຫຼວດຕະຫຼອດຮອດ ປະຊາ ຊົນບັນດາເຜົ່າເຮັດໃຫ້ ບັນດາ ຄາດໝາຍທີ່ວາງອອກ ແລະ ແຜນພັດທະນາເສດຖະ ກິດ- ສັງຄົມຂອງແຂວງ ໄດ້ຮັບ ການຈັດຕັ້ງປະຕິບັດ ແລະ ມີ ຜົນສໍາເລັດເປັນສ່ວນໃຫຍ່ເຮັດ ໃຫ້ແຂວງຮັກສາໄດ້ສະຖຽນ ລະພາບທາງດ້ານການ ເມືອງ ຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ, ມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 8,5% ລາຍໄດ້ສະເລ່ຍຕໍ່ຫົວ ຄົນໄດ້ 2.760 ໂດລາສະຫະ ລັດ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງ ປົວແປງສູງຂຶ້ນ, ຄວາມທຸກ ຍາກຂອງປະຊາຊົນຢູ່ເຂດ ຊົນນະບົດໄດ້ຮັບການແກ້ໄຂ ຫລຸດລົງຍັງເຫຼືອພຽງ 2%, ພ້ອມດຽວກັນຍັງໄດ້ຮຽກ ຮ້ອງມາຍັງບັນດາສະຫາຍ ຜູ້ແທນ ຈົ່ງໄດ້ເຊີດຊູຄວາມ ຮັບຜິດຊອບຂອງຕົນໃຫ້ສູງ ຂຶ້ນ, ຕັ້ງໜ້າປະກອບຄໍາຄິດ- ຄໍາເຫັນໃຫ້ມີຄຸນປະໂຫຍດ, ເຮັດໃຫ້ກອງປະຊຸມຄັ້ງນີ້ທີ່ ຈະໄດ້ດໍາເນີນໄປເປັນເວລາ 3 ວັນນັ້ນປະສົບຜົນສຳເລັດ ຈົບງາມ.