ວິທີປ້ອງກັນອັກຄີໄພຈາກໄຟ ຟ້າໃນຍາມໜາວ
January 5, 2018 - 11:40 AM
ຍາມໜາວເປັນໄລຍະທີ່ສ່ຽງຕໍ່ການເກີດອັກຄີໄພຫລາຍທີ່ສຸດ ເນື່ອງຈາກອາກາດແຫ້ງ ແລະ ກະແສລົມແຮງ ສົ່ງຜົນຕໍ່ການຕິດໄຟໄດ້ງ່າຍຂຶ້ນ ດັ່ງນັ້ນ ເຮົາທຸກຄົນຈຶ່ງຕ້ອງລະມັດລະວັງ ແລະ ປ້ອງກັນບໍ່ໃຫ້ບ່ອນຢູ່ອາໄສ ແລະ ຊຸມຊົນທີ່ເຮົາຢູ່ອາໄສເກີດເຫດການແບບນີ້ ໂດຍວິທີການງ່າຍໆໃນການປ້ອງກັນການເກີດໄຟໄໝ້ມີດັ່ງນີ້ :
- ກວດສອບອຸປະກອນໄຟຟ້າໃຫ້ຢູ່ໃນສະພາບສົມບູນ ຫາກພົບສາຍໄຟຈີກຂາດ, ບຸ້ມ, ບ້ຽວ, ປ່ຽນສີ, ມີກິ່ນໄໝ້ ໃຫ້ສ້ອມແປງ ຫລື ປ່ຽນໃໝ່ທັນທີ.
- ຕິດຕັ້ງລະບົບປ້ອງກັນໄຟໄໝ້ ໂດຍຕິດຕັ້ງເຄື່ອງຕັດກະແສໄຟຟ້າອັດຕະໂນມັດ, ຕໍ່ສາຍດິນອຸປະກອນເຄື່ອງໃຊ້ໄຟຟ້າ ເພື່ອປ້ອງກັນໄຟໄໝ້ຈາກກະແສໄຟຟ້າລັດວົງຈອນ.
- ລະມັດລະວັງທຸກໆກິດຈະກຳພາຍໃນ ແລະ ພາຍນອກຄົວເຮືອນທີ່ກ່ຽວຂ້ອງກັບໄຟທຸກປະເພດກ່ອນເຂົ້ານອນ ຫລື ກ່ອນ ອອກຈາກເຮືອນ, ປິດສະວິດໄຟ, ຖອດປັ໊ກສຽບ, ມອດທູບທຽນໃຫ້ດີ ແລະ ກວດສອບເພື່ອໃຫ້ໝັ້ນໃຈວ່າໄດ້ປິດວາວຖັງແກ໊ສແຈບດີທຸກເທື່ອ.
ເຊິ່ງ 3 ຂ້ໍງ່າຍໆທີ່ເຮົາເຊື່ອວ່າທຸກຄົນກໍຮູ້ດີ ແຕ່ກໍອາດຈະເຜີເລີ, ປະໝາດ ຫລື ຫລົງລືມກັນໄປແດ່, ແຕ່ພຽງເທື່ອດຽວທີ່ປະໝາດ ຫລື ຫລົງລືມ ເຮົາອາດສູນເສຍຊັບສິນ ສິ່ງຂອງມີຄ່າ ຫລື ອາດຈະເປັນເຮືອນແສນຮັກແສນຜູກພັນຂອງເຮົາໄປໝົດຫລັງ ຫລື ອາດເຖິງຂັ້ນໄດ້ຮັບບາດເຈັບ – ເສຍຊີວິດກໍເປັນໄດ້ ໂດຍທີ່ເປັນໜ້າທີ່ຂອງສະມາຊິກທຸກຄົນພາຍໃນຄອບຄົວທີ່ຈະເປັນຫູເປັນຕາໃຫ້ກັນ ເພື່ອໃຫ້ເຮືອນຫລັງນີ້ຍັງຢູ່ກັບເຮົາໄປອີກດົນ.