2018 ຄວາມໝັ້ນຍືນໃຫ້ຫລາຍໆ ໄພອັນຕະລາຍໃຫ້ໜີຫ່າງ
ໃນປີ 2017 ຜ່ານມາ, ຖ້າຈະເວົ້າເຖິງໝາກຜົນໃນການສ້າງສາພັດທະນາປະເທດຊາດນັບທັງການແກ້ໄຂບັນຫາຕ່າງໆ ພວກເຮົາມີໄຊຊະນະ ແລະ ໄດ້ຮັບຜົນຢ່າງໃຫຍ່ຫລວງ ກ່ອນອື່ນໝົດຖ້າເບິ່ງໃນດ້ານການເມືອງກໍນັບມື້ມີສະເຖຍລະພາບໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມກໍເຫັນວ່ານັບມື້ດີຂຶ້ນ. ສີສັນ ແລະ ປັດໄຈແຫ່ງການສ້າງສັງຄົມນິຍົມໃນ ປະເທດເຮົາກໍມີການປ່ຽນແຜງທັງສອດຄ່ອງໄປຕາມຍຸກສະໄໝດີຂຶ້ນເທື່ອລະກ້າວ. ບາດກ້າວທີ່ໂດດເດັ່ນຢ່າງເຫັນໄດ້ຊັດກໍແມ່ນທາງດ້ານຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍນັບມື້ມີການປ່ຽນແປງ ແລະ ດີຂຶ້ນ. ຈຳນວນຄອບຄົວພົ້ນທຸກ, ຄອບຄົວພັດທະນາ, ບ້ານພົ້ນທຸກ ແລະ ບ້ານພັດທະນາໄດ້ເພີ່ມຂຶ້ນໃນແຕ່ລະປີ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນເຖິງໝາກຜົນແຫ່ງການຈັດຕັ້ງປະຕິບັດສະຫະວັດແຫ່ງການພັດທະນາຂອງອົງການສະຫະປະຊາຊາດ ແລະ ລັດຖະບານ ສປປ ລາວໄດ້ວາງອອກ.
+ ປີໃໝ່ແຂວງສະຫວັນນະເຂດຕັ້ງເປົ້າໃຫ້ເສດຖະກິດຂະຫຍາຍຕົວ 10,2%
+ ປີ 2017 ເສດຖະກິດແຂວງ ຈຳປາສັກຂະຫຍາຍຕົວກວ່າ 8%
ທາງດ້ານເສດຖະກິດໃນຫລາຍປີຜ່ານມາ, ກໍເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະເລ່ຍລວມຍອດຜະລິດຕະພັນແຕ່ 6 ຫາ 7% ຕໍ່ປີ ແລະ ສະເລ່ຍລາຍຮັບຕໍ່ຫົວຄົນໃນປີ 2017 ນີ້ກໍຢູ່ໃນລະດັບ 1.400 ກວ່າໂດລາຕໍ່ຄົນຕໍ່ປີ, ອັນສຳຄັນກ່ອນອື່ນໝົດໃນປີ 2017 ຜ່ານມາແມ່ນໄດ້ດັດສົມການຄຸ້ມຄອງເສດຖະກິດມະຫາພາກໄດ້ເປັນຢ່າງດີ, ອັດຕາເງິນເຟີ້ກໍຢູ່ໃນເກນປົກກະຕິ. ບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ, ນັບທັງດຳລັດ ແລະ ຂໍ້ກົດນົດຕ່າງໆ ໄດ້ຮ່າງອອກມາເກືອບຫລາຍຮ້ອຍສະບັບອັນທີ່ໂດດເດັ່ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໄດ້ໝາກໄດ້ຜົນຫລາຍອີ່ຫລີອີ່ຫລໍກໍແມ່ນຄຳສັ່ງເລກທີ 15/ນຍ, ມາດຕະການກ່ຽວກັບການປະຫຍັດ, ການປາບປາມການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ, ການຕ້ານ ແລະ ປາບປາມຂະບວນຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆ. ສຳລັບທາງດ້ານສັງຄົມນັ້ນກໍເຫັນວ່ານັບມື້ມີການປັບປຸງປ່ຽນແປງ ແລະ ມີການພັດທະນາທີ່ດີຂຶ້ນ, ດ້ານຮີດຄອງປະເພນີ, ຮີດສິບສອງຄອງສິບສີ່, ຮີດຍີ່ຄອງຈຽງ, ບຸນສິນກິນທານ, ສິລະປະວັນນະຄະດີຕ່າງໆ ກໍໄດ້ຮັບການຟື້ນຟູໃຫ້ກາຍເປັນວັດທະນະທຳອັນດີງາມຂອງຊາດ, ເປັນຂອງປະຊາຊົນບັນດາເຜົ່າ. ພິເສດ, ໃນຕົ້ນເດືອນທັນວາທີ່ຜ່ານມາ (4-9/12/2017) ທາງອົງການຢູແນສໂກກໍໄດ້ຮັບເອົາທຳນອງສຽງແຄນທີ່ຈັບຕ້ອງບໍ່ໄດ້ເຂົ້າເປັນມໍລະດົກທາງດ້ານວັດທະນະທຳຂອງໂລກ. ຕໍ່ເຫັນການດັ່ງກ່າວ, ມັນເປັນຜົນງານອັນໃຫຍ່ຫລວງ ແລະ ທັງເປັນຄວາມພາກພູມໃຈຂອງຄົນລາວ, ເຊື້ອຊາດລາວທີ່ຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ຄືສິ່ງຢັ້ງຢືນວ່າດ້ານສິລະປະວັດທະນະທຳຂອງຊາດລາວຄົນລາວເຮົາໄດ້ກາຍເປັນອະລິຍະທຳທີ່ດີງາມທີ່ຫາໄດ້ຍາກ, ເປັນພູມປັນຍາມໍລະດົກຕົກທອດມາແຕ່ເຊັ່ນປູ່ຍ່າຕາຍາຍ ເຊິ່ງພວກເຮົາທັງຫລາຍຍັງຄົງອານຸລັກຮັກສາໃຫ້ຢູ່ຄຽງຄູ່ກັບຄົນລາວຊາດລາວຕະຫລອດໄປ. ນອກຈາກສິ່ງທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ, ໃນດ້ານສະຖາປັດຕະຍະກຳ, ວັດວາອາຮາມ, ຫ້ວຍນ້ຳລຳເຊ, ພູຜາປ່າໄມ້, ຖ້ຳຮູພູເຂົາອັນສວຍສົດງົດງາມ, ລຶກລັບມະຫັດສະຈັນກໍໄດ້ມີການປັບປຸງ, ບູລະນະສ້າງສາໃຫ້ກາຍເປັນມໍລະດົກຂອງຊາດ, ຂອງທ່ອງຖິ່ນ ແລະ ກາຍເປັນແຫລ່ງທ່ອງທ່ຽວແຫ່ງມູນເຊື້ອປະຫວັດສາດ, ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດຂອງຊາດລາວຄົນລາວ. ນີ້ຄືສິ່ງທີ່ດີ ແລະ ຜ່ານພາລະຜິດທາງດ້ານປະຫວັດສາດທີ່ພວກເຮົາພ້ອມກັນສ້າງ ແລະ ຫາມາໄດ້.
ແຕ່ໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງນັ້ນ, ສິ່ງທີ່ ທິດກ່ຳ ຄິດອີກຢ່າງໜຶ່ງຄົນລາວເຮົາໃນຍຸກສະໄໝນີ້ເບິ່ງຢ່າງໜຶ່ງຄືເກີດກໍຫລາຍຕາຍກໍຫລາຍ. ຄວາມຕາຍທີ່ກາຍເປັນມັດຈຸລາດທີ່ເບິ່ງບໍ່ເຫັນໂຕນັ້ນສ່ວນຫລາຍເກີດມາຈາກຄວາມປະໝາດ, ການຂາດສະຕິເປັນຕົ້ນດື່ມເຫລົ້າເມົາແລ້ວຂັບລົດ, ລະເມີດກົດຈາລະຈອນ ແລະ ຕິດຢາບ້າຄ້າຢາ ເມົາແລ້ວກໍຂ້າກັນຢ່າງໜ້າອະໜາດ. ສະນັນ, ປີ 2018 ຂໍໃຫ້ເປັນປີແຫ່ງຄວາມສຸກ, ຄວາມປອດໄພ ແລະ ຄວາມຍືນຍົງ. ສ່ວນຄວາມຕາຍ ແລະ ໄພອັນຕະລາຍຕ່າງໆ ນັ້ນໃຫ້ໜີໄກຫ່າງ.
ໂດຍ: ກ້ອງສ່ອງ ອິດສະຫລະ
