ວິທີເຮັດໃຫ້ຈຸດດ່າງດຳຫາຍໄປ


ມີວິທີທຳມະຊາດຫລາຍໆວິທີທີ່ຈະຊ່ວຍລຶບຈຸດດ່າງດຳໄດ້ຢ່າງອ່ອນໂຍນ.
– ນຳ້ໝາກນາວ : ດັ່ງທີ່ຮູ້ກັນດີວ່ານຳ້ໝາກນາວມີຄວາມເປັນກົດອ່ອນໆທີ່ສາມາດຟອກສີເຄືອບຜິວໜັງຊັ້ນນອກໄດ້ ໂດຍໃຊ້ສຳລີຈຸ່ມນຳ້ໝາກນາວທາໃສ່ເທິງຈຸດດ່າງດຳ ມື້ລະ 2 ເທື່ອ ເຊົ້າ – ແລງ ອາດໃຊ້ເວລາເປັນເດືອນກ່ວາຈະເຫັນຜົນ ແລະ ຕ້ອງລະວັງເລື່ອງຄວາມສະອາດຕື່ມອີກ, ແຕ່ເຖິງຈະດົນ ກໍໄດ້ຜົນ ແລະ ປອດໄພກ່ວາການໃຊ້ເຄື່ອງສຳອາງລາຄາແພງໆ.
– ນົມ : ກົດແລັກຕິກໃນນຳ້ນົມຊ່ວຍໃຫ້ຜິວສົດໃສຂຶ້ນໄດ້ ແລະ ຍັງຊ່ວຍປັບໃຫ້ຜິວກ້ຽງງາມຂຶ້ນ. ວິທີເຮັດກໍງ່າຍໆ ພຽງແຕ່ເອົາສຳລີຈຸ່ມນຳ້ນົມແລ້ວກໍເອົາມາແປະໃສ່ບໍລິເວນທີ່ເກີດຈຸດດ່າງດຳນັ້ນ ປະໄວ້ 15 ນາທີ ຈຶ່ງລ້າງອອກ. ນຳ້ນົມມີຄຸນສົມບັດເປັນກົດ ແລະ ຊ່ວຍຕ້ານການອັກເສບ ທັງຍັງໃຫ້ ຄວາມຊຸ່ມຊື່ນ ພຽງແຕ່ທາໃສ່ຈຸດດ່າງດຳມື້ລະ 2 ເທື່ອ.
– ຫວ້ານຫາງແຂ້ : ໃຊ້ວຸ້ນຈາກຫວ້ານຫາງແຂ້ຖູໃສ່ຈຸດດ່າງດຳມື້ລະ 2 ເທື່ອ ແລະ ປ່ອຍໄວ້ຢ່າງໜ້ອຍ 45 ນາທີ ຈຶ່ງລ້າງ ອອກ. ສັບພະຄຸນສຳຄັນຂອງຫວ້ານຫາງແຂ້ກໍແມ່ນຊ່ວຍຟື້ນຟູແຊນຜິວໜັງທີ່ຕາຍແລ້ວໃຫ້ເກີດໃໝ່ ທ່ານຈຶ່ງໄດ້ຜິວໃໝ່ທີ່ກ້ຽງ ງາມສົດໃສກ່ວາເກົ່າ ຈຶ່ງເຮັດໃຫ້ວິທີນີ້ໃຊ້ໄດ້ຜົນດີກັບຈຸດບອກອາຍຸ.