ໃບໝາກຫຸ່ງປິ່ນປົວພະຍາດໄຂ້ເລືອດອອກໄດ້
– ດຶງໃບໝາກຫຸ່ງມາຈາກຕົ້ນໝາກຫຸ່ງ, ລ້າງໃຫ້ສະອາດ ແລະ ບົດໃຫ້ລະອຽດ ບໍ່ຕ້ອງຕື່ມນຳ້, ກອງເອົາກາກອອກ, ດື່ມນຳ້ໃບໝາກຫຸ່ງສົດແຍກກາກ ມື້ລະເຄິ່ງຈອກ ຫລື 30 ເຊເຊ ຕິດຕໍ່ກັນ 3 ມື້, ລະດັບເກັດເລືອດທີ່ຕໍ່າຈາກພະຍາດໄຂ້ເລືອດອອກຈະຄ່ອຍໆເພີ່ມຂຶ້ນ.
ໂດຍຫລ້າສຸດມີວຽກງານວິໄຈໂດຍບັງເອີນພົບວ່າ : ໃບໝາກຫຸ່ງສາມາດໃຊ້ໃບໝາກຫຸ່ງສົດມາຄັ້ນນຳ້ດື່ມຄູ່ກັບການປິ່ນປົວແຜນປະຈຸບັນ ຈະເຮັດໃຫ້ເກັດເລືອດຂອງຜູ້ປ່ວຍໄຂ້ເລືອດອອກເພີ່ມຂຶ້ນໄດ້ ພາຍໃນ 24 – 48 ຊົ່ວໂມງ ຊ່ວຍຫລຸດອັດຕາການຕາຍລົງໄດ້ ຍັງງົງວ່່າປະເທດລາວເຮົາບໍ່ມີການເວົ້າເຖິງເລື່ອງນີ້ ໂດຍທີ່ໃບໝາກຫຸ່ງຢູ່ປະເທດເຮົາກໍມີຢ່່າງຫລວງຫລາຍ ເຊິ່ງໄລຍະນີ້ມີຄົນເສຍຊີວິດຈາກພະຍາດໄຂ້ເລືອດອອກຈຳນວນຫລາຍ.
ປະຈຸບັນໃນປະເທດເຮົາຍັງບໍ່ເຄີຍທົດລອງໃຊ້ໃບໝາກຫຸ່ງກັບຄົນເປັນພະຍາດໄຂ້ເລືອດອອກ, ແຕ່ມີວຽກງານຮອງຮັບໃນຫລາຍປະເທດ ມີການທົດລອງໃນຄົນເຈັບໄດ້ຜົນ ເຊັ່ນ : ປະເທດອິນເດຍ, ປາກິສຖານ, ມາເລເຊຍ. ນອກຈາກນີ້, ຍັງມີການຈົດສິດທິບັດນຳ້ໃບໝາກຫຸ່ງຢູ່ຕ່າງປະເທດນຳອີກ ບໍ່ໄດ້ໃຊ້ສະເພາະຄົນປ່ວຍເກັດເລືອດຕໍ່າຈາກໄຂ້ເລືອດອອກຢ່າງດຽວ, ແຕ່ໃຊ້ໃນກໍລະນີອື່ນນຳ.
ຄົນປ່ວຍເປັນໄຂ້ເລືອດອອກ ເກັດເລືອດຈະຕໍ່າລົງເລື້ອຍໆຈາກການມີເລືອດອອກ ແລະ ອາດເຮັດໃຫ້ເສຍຊີວິດໄດ້, ແຕ່ການດື່ມນຳ້ໃບໝາກຫຸ່ງມື້ລະ 30 ເຊເຊ ຕິດຕໍ່ກັນ 3 ມື້ ລະດັບເກັດເລືອດທີ່ຕໍ່າຈະຄ່ອຍໆເພີ່ມຂຶ້ນ.
ສຳລັບຂັ້ນຕອນການປິ່ນປົວພະຍາດໄຂ້ເລືອດອອກດ້ວຍໃບໝາກຫຸ່ງ ແມ່ນໃຊ້ໃບໝາກຫຸ່ງສົດສາຍພັນໃດກໍໄດ້ປະມານ 50 ກຣາມຈາກຕົ້ນໝາກຫຸ່ງ. ຈາກນັ້ນລ້າງໃຫ້ສະອາດ ແລະ ບົດໃຫ້ລະອຽດ ບໍ່ຕ້ອງຕື່ມນຳ້, ກອງເອົາກາກອອກ, ດື່ມນຳ້ໃບໝາກຫຸ່ງສົດ ແຍກກາກ ມື້ລະເຄິ່ງຈອກ ຫລື 30 ເຊເຊ ວິທີນີ້ມີການວິໄຈມາແລ້ວວ່າບໍ່ເປັນອັນຕະລາຍ.