ພຽງຢາງຕົກລົງຮ່ວມໂອແລມປິກລະດູໜາວ ເຊອຸນຫລັງຫລຸດຜ່ອນມາດຕະການ ຂວ້ຳບາດ
ສປປ ເກົາຫລີ ກຽມສົ່ງນັກກິລາຮ່ວມການແຂ່ງຂັນໂອແລມປິກລະດູໜາວທີ່ ສ.ເກົາຫລີ ຈະເປັນເຈົ້າພາບ, ຂະນະທີ່ລັດຖະບານເຊອຸນກຽມຫລຸດຜ່ອນມາດຕະການຂວ້ຳບາດບາງສ່ວນເປັນການຕອບແທນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ປະເທດ ສ.ເກົາຫລີ ໃນວັນທີ 9 ມັງກອນ ກ່ຽວກັບຄວາມຄືບໜ້າຂອງການພົບປະຫາລືລະດັບທະວີພາຄີຢ່າງເປັນທາງການຄັ້ງທຳອິດໃນຮອບ 2 ປີ ລະຫວ່າງຄະນະຜູ້ແທນລະດັບສູງຂອງ ສປປ ເກົາຫລີ ແລະ ສ.ເກົາຫລີ ຢູ່ເຂດປານມູນຈອມວ່າ: ທ່ານ ຣີ ຊອນ ວອນ ຜູ້ອຳນວຍການສຳນັກງານກິດຈະການພາຍໃນລະຫວ່າງເກົາຫລີ ກ່າວວ່າ: ລັດຖະບານພຽງຢາງຈະສົ່ງຄະນະນັກກິລາພ້ອມກອງເຊຍ ເຂົ້າຮ່ວມການແຂ່ງຂັນໂອແລມປິກລະດູໜາວ ຢູ່ເມືອງເຊອຸນ ຂອງ ສ.ເກົາຫລີ ຈະເປັນເຈົ້າພາບລະຫວ່າງວັນທີ 9-25 ກຸມພານີ້.
ນອກຈາກນີ້, ສປປ ເກົາຫລີ ຈະສົ່ງຄະນະນັກກິລາເທຄວັນໂດເຂົ້າຮ່ວມໂອລິມປິກຄັ້ງນີ້ນຳອີກ ໃນຖານະ “ນັກກິລາສາທິດ” ເຊິ່ງຈະຖືເປັນການສະແດງອອກທາງສັນຍາລັກຂອງການປານີປານອມ ແລະ ຄວາມສາມັກຄີຄັ້ງສຳຄັນລະຫວ່າງປະເທດ ເນື່ອງຈາກກິລາເທຄວັນໂດຖືເປັນສິລະປະການຕໍ່ສູ້ປ້ອງກັນຕົວ ທີ່ຖືເປັນໜຶ່ງໃນວັດທະນະທຳດັ້ງເດີມຂອງຊາວເກົາຫລີ. ປັດຈຸບັນ ປະທານສະຫະພັນເທຄວັນໂດນາໆຊາດ (ITF) ຄືທ່ານ ຣີ ຍອງ ຊອນ ເປັນຊາວ ສປປ ເກົາຫລີ ແລະ ສປປ ເກົາຫລີ ສົ່ງຄະນະນັກກິລາເຂົ້າຮ່ວມການແຂ່ງຂັນເທຄວັນໂດຊີງແຊ້ມໂລກ ເຊິ່ງຈັດຂຶ້ນຢູ່ ສ.ເກົາຫລີ ໃນເດືອນມິຖຸນາປີຜ່ານມາ ຖືເປັນຄັ້ງທຳອິດໃນຮອບ 10 ປີ ທີ່ຄະນະນັກກິລາເທຄວັນໂດຂອງ ສປປ ເກົາຫລີ ຢ້ຽມຢາມ ສ.ເກົາຫລີ.