ອາເລັກຊິສ ບັນລຸສັນຍາກັບ ແມນເຊັສເຕີ ຊິຕີ້ ແລ້ວ
ສື່ຂອງອີຕາລີລາຍງານວ່າ: ອາເລັກຊິສ ຊານເຊ ບັນລຸສັນຍາສ່ວນຕົວກັບ ແມນເຊັສເຕີ ຊິຕີ້ ເປັນທີ່ຮຽບຮ້ອຍແລ້ວ ໂດຍສື່ອີຕາລີລາຍງານອີກວ່າ: ດາວຍິງຊີລີຕົກລົງຮັບຄ່າເມື່ອຍ 13 ລ້ານປອນຕໍ່ປີ ທີ່ທາງ ແມນເຊັສເຕີ ຊິຕີ້ ສະເໜີມາໃຫ້.
ນອກຈາກນີ້ ທາງ ແມນເຊັສເຕີ ຊິຕີ້ ຍັງສະເໜີທາງເລືອກໃຫ້ສອງທາງ ທາງເລືອກທຳອິດ ຄືຖ້າ ອາເລັກຊິສ ມີຈຸດປະສົງຍ້າຍໄປຫລິ້ນໃຫ້ ແມນເຊັສເຕີ ຊິຕີ້ ໃນເດືອນມັງກອນນີ້ເລີຍ ທາງ ແມນເຊັສເຕີ້ ຊິຕີ້ ຈະຍື່ນເງິນໃຫ້ ອາເຊນອລ 20 ລ້ານປອນ ເພື່ອຂໍເປັນທາງການ, ແຕ່ ອາເລັກຊິສ ຈະໄດ້ໂບນັດໃນການເຊັນສັນຍາພຽງ 15 ລ້ານປອນ. ສ່ວນອີກທາງເລືອກໜຶ່ງ ຄືລໍຖ້າຍ້າຍໃນເດືອນກໍລະກົດ ແຕ່ ອາເລັກຊິສ ຈະຮັບໂບນັດເຕັມໆ 30 ລ້ານປອນ ແລະ ຕ້ອງຕິດຕາມເບິ່ງວ່າດາວຍິງຊິລີຈະເລືອກຂໍ້ສະເໜີໃດ.