EU ປຶກສາຫາລືກ່ຽວກັບ ງົບປະມານພາຍຫລັງ Brexit
ວັນທີ 8 ມັງກອນ, ຄະນະກຳມະການເອີຣົບ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືທີ່ສັບສົນ ກ່ຽວກັບງົບປະມານຂອງສະຫະພາບເອີຣົບ (EU) ລວມມີ 27 ປະເທດ ພາຍຫລັງອັງກິດຖອນຕົວອອກຈາກ EU.
ຄາດວ່າການເງິນສຳລັບບາງຂົງເຂດຈະຖືກຕັດລົງ ເພື່ອໃຊ້ຈ່າຍໃຫ້ໂຄງການລວມຈຳນວນໜຶ່ງ. ກອງປະຊຸມຈັດຂຶ້ນຢູ່ບຣຸກແຊນ, ທ່ານປະທານຄະນະກຳມະການເອີຣົບ Jean Clauder Juncker ຕີລາຄາວ່າ: EU ພວມບັນລຸເຖິງລະດັບສຸດຄວາມສາມາດຂອງຕົນ. ຂອບເຂດການເງິນໃນປັດຈຸບັນແມ່ນສະຫງວນໃຫ້ໄລຍະ 2014-2020 ດ້ວຍລະດັບລາຍຈ່າຍເພດານທີ່ບໍ່ປ່ຽນແປງແມ່ນປະມານ 963 ຕື້ເອີໂຣ ສຳລັບເວລາ 7 ປີ, ເຖິງວ່າອັງກິດຈະຖອນຕົວອອກຈາກ EU ໃນປີ 2019 ແຕ່ອັງກິດຍັງໃຫ້ຄຳໝັ້ນສັນຍາປະກອບສ່ວນງົບປະມານໃຫ້ເອີຣົບຮອດທ້າຍປີ 2020.
ທ່ານ Gunther Oettingger ຄະນະກຳມະການເອີຣົບ ຮັບຜິດຊອບງົບປະມານ ໃຫ້ຂໍ້ສັງເກດວ່າ: ການຖອນຕົວອອກຈາກ EU ຈະເຮັດໃຫ້ງົບປະມານຂອງກຸ່ມຫລຸດລົງ 12-13 ຕື້ເອີໂຣຕໍ່ປີ. ທ່ານສະເໜີປະຢັດຈາກບັນດາບ້ວງລາຍຈ່າຍໃນປັດຈຸບັນ ເພື່ອທົດແທນການຂາດດຸນງົບປະມານ 50% ສ່ວນຍັງເຫລືອຕ້ອງຊອກຫາບັນດາແຫລ່ງອຸປະຖຳອື່ນໆ.