ບຸນກອງເຂົ້າໃຫຍ່ແຂວງໄຊຍະບູລີສ້າງຄວາມປະທັບໃຈ ໃຫ້ຜູ້ມາທ່ຽວຊົມເປັນຈຳນວນຫລາຍ


ເທດສະການບຸນກອງເຂົ້າ ໃຫຍ່ຂອງແຂວງ ໄຊຍະບູລີໄດ້ ຈັດຂຶ້ນໃນວັນທີ 9 ມັງກອນນີ້, ທີ່ເມືອງພຽງ, ໄປພ້ອມກັບການ ເປີດປີທ່ອງທ່ຽວໂດຍການໃຫ້ ກຽດລັ່ນຄ້ອງ 9 ບາດ ເປີດງານ ຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີທັງ ເປັນປະທານຊີ້ນໍາຈັດງານປີ ທ່ອງທ່ຽວລາວ 2018 ລະດັບ ຊາດເພື່ອເປັນສີ ລິມຸງຄຸນໃຫ້ ແກ່ງານດັ່ງກ່າວ ມີ ຄະນະພັກ- ຄະນະນຳແຂວງ, ແລະ ແຂກ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນຊາວ ເມືອງພຽງ ແລະ ເມືອງອ້ອມ ຂ້າງເຂົ້າຮ່ວມຢ່າງເປັນຂະ ບວນຟົດຟື້ນ.


+ ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ
ປີທ່ອງທ່ຽວລາວ 2018 ອຸດົມໄຊຄາດໝາຍດຶງດູດນັກທ່ອງທ່ຽວ 3-4 ແສນຄົນ
ໃນໂອກາດນີ້, ທ່ານ ປະ ທານແນວລາວສ້າງຊາດ ເມືອງໄດ້ລາຍງານໃຫ້ຊາບ ວ່າ: ເທດສະການບຸນກອງ ເຂົ້າໃຫຍ່ຂອງເມືອງພຽງ ນອກ ຈາກເປັນການຕ້ອນຮັບ ປີທ່ອງທ່ຽວລາວ ແລ້ວ, ເຊິ່ງ ຍັງສະແດງໃຫ້ເຫັນເຖິງມູນ ເຊື້ອດຸໝັ່ນຂະຫຍັນພຽນ ໃນ ການຜະລິດ ແລະ ມີຮີດຄອງ ປະເພນີອັນດີງາມທີ່ເປັນເອ ກະລັກຕັ້ງແຕ່ໃດມາຂອງຊາວ ເມືອງພຽງທີ່ ໄດ້ຍຶດຖືອາຊີບ ປູກເຂົ້າ-ປູກພືດເປັນຕົ້ນຕໍ ແລະ ແຕ່ລະປີ ພາຍຫຼັງສຳເລັດການ ເກັບກູ້ຜົນຜະລິດແລ້ວ ປະຊາ ຊົນໄດ້ພ້ອມກັນ ເຮັດບຸນເຂົ້າ ເປືອກ-ເຂົ້າສານຢູ່ແຕ່ລະບ້ານ ເພື່ອລະນຶກເຖິງບຸນຄຸນຂອງ ເຂົ້າ ແລະ ເປັນການເຕົ້າໂຮມ ຄວາມສາມັກຄີຮັກແພງຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ພ້ອມ ກັນສ້າງສາພັດທະນາບ້ານ ເມືອງໃຫ້ຈະເລີນຮຸ່ງເຮືອ, ປະ ຊາຊົນມີຊີວິດການເປັນຢູ່ດີ ຂຶ້ນໂດຍຖືເອົາວັນທີ 9 ເດືອນຍີ່ (ມັງກອນ) ເປັນມື້ຈັດງານ ບຸນດັ່ງກ່າວຂຶ້ນໃນທຸກໆປີຕາມ ທິດທາງທີ່ວ່າ: “ສ້າງເມືອງ ພຽງເປັນເມືອງ ຜະລິດສະ ບຽງອາຫານ ຕິດພັນກັບການ ປຸງແຕ່ງ, ບໍລິການທາງຜ່ານ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.”


ສຳລັບການຈັດງານໃນ ປີນີ້, ປະກອບມີກິດຈະກຳ ຫລາຍຢ່າງເຊັ່ນ: ການປະ ກາດຮັບຮອງກົມກອງວັດ ທະນະທຳ, ຂະບວນແຮ່ເຂົ້າ ເປືອກເຂົ້າສານພ້ອມດ້ວຍ ກ້ອນກຳລັງມວນຊົນ- ນັກ ຮຽນ, ກ້ອນກຳລັງກັນທຳ, ຜ້າ ປ່າສາມັກຄີ, ພິທີສູດຂວັນ ເຂົ້າ, ການປະກວດທິດາກອງ ເຂົ້າໃຫຍ່, ການສະແດງສີລະ ປະວັນນະຄະດີ, ແຂ່ງຂັນນັກ ຮ້ອງສຽງດີ, ກິລາ ແລະ ການ ປະກວດອາຫານພື້ນເມືອງ, ເບິ່ງວິຖີການດຳລົງຊີວິດຂອງ ຄົນປ່າ, ການຕຳເຂົ້າ-ຟາດ ເຂົ້າແບບພື້ນເມືອງ ແລະ ການ ຕັກບາດຖວາຍສັງຂະທານ. ນອກນີ້, ຍັງໄດ້ຈັດງານວາງ ສະແດງ ແລະ ຈຳໜ່າຍສິນ ຄ້າຂອງປະຊາຊົນຊາວເມືອງພຽງ, ສິນຄ້າ 1 ເມືອງ 1 ຜະ ລິດຕະພັນ(ODOP)ຂອງ ເມືອງພຽງ, ການວາງສະແດງ ຂອງຫ້ອງການຕ່າງໆ ແລະ ສິນຄ້າ ODOP ຈາກບັນ ດາ ແຂວງອ້ອມຂ້າງ, ຈາກ ສສ ຫວຽດນາມ ແລະ ຣາຊະ ອານາຈັກໄທ ລວມມີເກືອບ 100 ຫ້ອງວາງສະແດງ ດ້ວຍກັນ.





