ເຫັດຫອມແຫ້ງຂອງດີທີ່ຕ້ອງລະວັງ

- 010901 2018 - ເຫັດຫອມແຫ້ງຂອງດີທີ່ຕ້ອງລະວັງ
- kitchen vibe - ເຫັດຫອມແຫ້ງຂອງດີທີ່ຕ້ອງລະວັງ

ເຫັດຫອມຖືເປັນອາຫານທ່ີຫລາຍໆຄົນຖືວ່າເປັນອາຫານຊັ້ນດີ ເພາະເຊື່ອກັນວ່າມີສັບພະຄຸນທາງຢາ ກິນແລ້ວໃຫ້ປະໂຫຍດຕໍ່ ຮ່າງກາຍ, ດີຕໍ່ສຸຂະພາບ, ແຕ່ກໍມີບາງຄົນທີ່ຢ້ານວ່າເຫັດຫອມແຫ້ງທີ່ວາງຂາຍຕາມທ້ອງຕະຫລາດທົ່ວໄປເບິ່ງບໍ່ຄ່ອຍປອດໄພ ເພາະການເກັບຮັກສາເບິ່ງບໍ່ເປັນຕາສະອາດທັງຍັງມີລາຄາອ່າວແພງ.

ຈາກການທົດລອງເບິ່ງເລື່ອງຕົກຄ້າງຂອງສານ 3 ຊະນິດ ຄື : 1. ສານຕົກຄ້າງທາງການກະສີກຳປະເພດຢາກັນເຊື້ອລາ ຫລື  (Carbendazim), 2. ສານຕົກຄ້າງທາງການກະສິກຳກຸ່ມອໍກາ ໂນຟອສເຟດ (Organophos- phate) ແລະ 3. ການປົນເປື້ອນຂອງສານພິດຈາກເຊື້ອລາອະຟລາທັອກຊິນ(Aflatoxin) ເຊິ່ງຈາກການທົດລອງໂຕຢ່າງເຫັດ ທັງໝົດ 17 ໂຕຢ່າງ ພົບເຫັດຫອມແຫ້ງປົນເປື້ອນຢາກັນເຊື້ອລາ ຫລື ຄາເບນດາຊິມຈຳນວນ 12 ຍີ່ຫໍ້ ໂດຍຄ່າສະເລ່ຍຂອງສານເຄມີທີ່ພົບເທົ່າກັບ 0,33 ມິນລີກຣາມຕໍ່ກິໂລກຣາມ. ສ່ວນການປົນເປື້ອນຂອງສານກຸ່ມອໍກາໂນຟອສເຟດ ພົບວ່າມີການປົນເປື້ອນ 9 ໂຕຢ່າງ  ມີຄ່າສະເລ່ຍ 0,016 ມິນລີກຣາມຕໍ່ກິໂລກຣາມ ເຊິ່ງຕາມປະກາດຂອງກະຊວງສາທາລະນະສຸກ ເລື່ອງອາຫານທີ່ມີສານພິດຕົກຄ້າງ ບໍ່ມີການກຳນົດປະລິມານຂອງຄາເບນດາຊິມ ແລະ ອໍກາໂນຟອສເຟດ, ແຕ່ສານທັງ 2 ຊະນິດ ເປັນສານເຄມີທາງການກະສີກຳໃນກຸ່ມກຳຈັດສັດຕູພືດ ຈຶ່ງບໍ່ຄວນມີຕົກຄ້າງມາໃນພືດພັກ ຫລື ອາຫານທີ່ເຮົາກິນ. ສ່ວນການປົນເປື້ອນຂອງສານພິດຈາກເຊື້ອລາອະຟລາທັອກຊິນ ມີເຫັດຫອມແຫ້ງຈຳນວນ 5 ບ່ອນທີ່ມີການປົນເປື້ອນ ໂດຍປະລິມານຄ່າສະເລ່ຍທີ່ພົບເທົ່າກັບ 5,42 ໄມໂຄຣກຣາມຕໍ່ກິໂລກຣາມ ເຊິ່ງຕາມປະກາດຂອງກະຊວງສາທາລະນະສຸກເລື່ອງມາດຕະຖານການປົນເປື້ອນກຳນົດໃຫ້ມີສານດັ່ງກ່າວບໍ່ເກີນ 20 ໄມໂຄຣກຣາມຕໍ່ອາຫານ 1 ກິໂລກຣາມ.

ການທົດລອງໂຕຢ່າງເຫັດຫອມທັງໝົດໃນເທື່ອນີ້ໂດຍພາບ ລວມຍັງຖືວ່າຢູ່ໃນເກນທີ່ບໍ່ສູງປານໃດ ບໍ່ໜ້າຈະເຮັດໃຫ້ເກີດອັນ ຕະລາຍກະທັນຫັນຈາກການບໍລິໂພກ, ແຕ່ຫາກເປັນໄປໄດ້ກໍຄວນຫລີກເວັ້ນຜະລິດຕະພັນທີ່ເບິ່ງບໍ່ສະອາດ ແລະ ບໍ່ໜ້າໄວ້ວາງໃຈ ຄວນເລືອກຊື້ເຫັດຫອມແຫ້ງທີ່ບັນຈຸໃນພາຊະນະປິດແໜ້ນຮຽບຮ້ອຍ, ປອດໄພ, ມີການແຈ້ງວັນເດືອນປີທີ່ຜະລິດ, ວັນເດືອນປີໝົດອາຍຸ ແລະ ແຈ້ງຜູ້ຜະລິດຢ່າງຈະແຈ້ງດີກ່ວາ.

 

- 5 - ເຫັດຫອມແຫ້ງຂອງດີທີ່ຕ້ອງລະວັງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!