ຕ້ອນຮັບປີໃໝ່ ປກສ ນະຄອນຫລວງວຽງຈັນ ສາມາດມ້າງແກ້ງຢາເສບຕິດລາຍໃຫຍ່
ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 8 ມັງກອນນີ້, ໜ່ວຍງານຕ້ານ ແລະ ສະກັດກັ້ນຢາເສບຕິດ, ປກສ ເມືອງໄຊເສດຖານະຄອນຫລວງວຽງຈັນໄດ້ລົງມ້າງແກ້ງຊື້-ຂາຍຢາເສບຕິດລາຍໃຫຍ່ຢູ່ເຂດບ້ານສີວິໄລເມືອງໄຊທານີ, ສາມາດກັກຕົວຜູ້ຖືກຫາໄດ້ຄື: ທ້າວ ຄຳເງິນ ທຳມະວົງ ອາຍຸ 26 ປີ ແລະ ທ້າວ ຄຳສຸກ ອາຍຸ 20 ປີທັງສອງພັກເຊົາຢູ່ບ້ານສີວິໄລເມືອງໄຊທານີ, ພ້ອມຂອງກາງເຮໂຣອິນ 1 ແທ່ງ, ຢ້າບ້າກ່ວາ 9 ພັນເມັດມາດຳເນີນຄະດີ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານດັ່ງກ່າວ, ໂດຍໄດ້ອາໄສຫ້ອງພັກແຫ່ງໜຶ່ງເປັນບ່ອນມົ້ວສຸມ ແລະ ຊຸກເຊື່ອງຢາເສບຕິດ, ຈາກນັ້ນຈຶ່ງໄດ້ນຳກຳລັງເຂົ້າກວດຄົ້ນຫ້ອງພັກຂອງຜູ້ຕ້ອງຫາທັງສອງ, ໄດ້ພົບເຫັນຢາເສບຕິດ ຈຳນວນດັ່ງກ່າວຊຸກເຊື່ອງໄວ້ໃນຫ້ອງນອນຂອງພວກກ່ຽວ, ພ້ອມເງິນສົດ 1.200 ບາດ, ລົດຈັກຮອນ 1 ຄັນ, ປື້ມບັນຊີເງີນຝາກ, ໂທລະສັບ 4 ໜ່ວຍ ແລະ ຄອມພິວເຕີ 2 ໜ່ວຍທີ່ພວກກ່ຽວນຳໃຊ້ເຂົ້າໃນການພົວພັນຊື້-ຂາຍຢາເສບຕິດ, ຊຶ່ງປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີຜ່ານມາ, ຢູ່ນະຄອນຫລວງວຽງຈັນມີຄະດີຢາເສບຕິດເກີດຂຶ້ນກ່ວາ 1 ພັນເລື່ອງ, ສາມາດຈັບຕົວຜູ້ຕ້ອງຫາໄດ້ 1.553 ຄົນ, ຢຶດຢາເສບຕິດປະເພດຢາບ້າ 1 ລ້ານກວ່າເມັດ, ເຮໂຣອິນ 65 ແທ່ງ ແລະ ອື່ນໆອີກ.