ສາທາເຕືອນໃຫ້ເອົາໃຈໃສ່ຮັກສາສຸຂະພາບໃນໄລຍະອາກາດໜາວເຢັນ
ປັດຈຸບັນ, ທົ່ວທຸກພາກຂອງປະເທດເຮົາ, ພວມປະເຊີນກັບບັນຫາສະພາບອາກາດໜາວເຢັນຕິດຕໍ່ກັນຫລາຍວັນ, ອາດສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບຂອງປະຊາຊົນເຮົາ, ໂດຍສະເພາະຜູ້ອາຍຸສູງ ແລະ ເດັກນ້ອຍ, ຊຶ່ງອາດຈະປະສົບກັບຄວາມສ່ຽງໃນການຕິດເຊື້ອໄຂ້ຫວັດ, ປອດບວມ ແລະ ອື່ນໆ, ດັ່ງນັ້ນ, ພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ຈຶ່ງໄດ້ອອກມາເຕືອນໃຫ້ປະຊາຊົນເອົາໃຈໃສ່ຕໍ່ການຮັກສາສຸຂະພາບຂອງຕົນ, ນຸ່ງຫົ່ມໃຫ້ອົບອຸ່ນ, ໝັ້ນທໍາຄວາມສະອາດຮ່າງກາຍ ແລະ ເອົາໃຈໃສ່ປະຕິບັດຫລັກການອານາໄມ 3 ສະອາດໃຫ້ເຂັ້ມງວດເຊັ່ນ: ກິນດື່ມໃຫ້ສະອາດ ແລະ ນຸ່ງຫົ່ມໃຫ້ສະອາດ ແລະ ຄຽງຄູ່ກັນນັ້ນກໍຕ້ອງເອົາໃຈໃສ່ເບິ່ງແຍງຮັກສາສັດລ້ຽງຂອງຕົນໃຫ້ອົບອຸ່ນ ບໍ່ຄວນປະປ່ອຍໄປຕາມທໍາມະຊາດ, ໂດຍສະເພາະງົວ-ຄວາຍ ທຸກແລງຕ້ອງນໍາສັດເຂົ້າຄອກທີ່ມີຝາປົກປິດໃຫ້ເປັນຢ່າງດີ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ສະພາບອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນພັດລົງມາປົກຄຸມທົ່ວທຸກພາກຂອງປະເທດເຮົາສົມທົບກັບກະແສຕາເວັນອອກສຽງເຫນືອທີ່ມີກຳລັງແຮງ, ຊຶ່ງຈະເຮັດໃຫ້ສະພາບອາກາດຍັງສືບຕໍ່ໜາວເຢັນໄປອີກຫລາຍວັນ, ໂດຍສະເພາະໃນວັນທີ 10-15 ມັງກອນນີ້, ອຸນຫະພູມຈະຫລຸດລົງຕື່ມອີກ 2-4 ອົງສາ, ສະນັ້ນຈຶ່ງເຕືອນໃຫ້ປະຊາຊົນ, ໂດຍສະເພາະແຂວງພາກເຫນືອ ໄຊສົມບູນ, ເຂດພູພຽງບໍລິເວນ, ເມືອງດາກຈຶງ ໃຫ້ລະວັງເປັນພິເສດເພາະຈະມີອາກາດໜາວເຢັນຮ້າຍແຮງຂຶ້ນ, ຂໍໃຫ້ປະຊາຊົນຈົ່ງມີສະຕິຮັບມືກັບສະພາບການປ່ຽນແປງຂອງອາກາດໜາວເຢັນດັ່ງກ່າວ ຄືຜູ້ອາຍຸສູງ ແລະ ເດັກນ້ອຍຕ້ອງນຸ່ງເຄື່ອງໃຫ້ອົບອຸ່ນ, ພ້ອມທັງເອົາໃຈໃສ່ຕິດຕາມຂ່າວສະພາບອາກາດຈາກກົມອຸຕຸນິຍົມເປັນເປັນປົກກະຕິ.
ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ສະພາບພາບອາກາດໜາວເຢັນຢູ່ປະເທດເຮົາໄດ້ເລີ່ມແຕ່ຕົ້ນເດືອນພະຈິກ 2017 ເປັນຕົ້ນມາ, ຢູ່ເມືອງວຽງໄຊ ແຂວງຫົວພັນ, ໄດ້ເກີດການລະບາດຂອງພະຍາດປາກເປື່ອຍລົງເລັບງົວ-ຄວາຍຂຶ້ນຢູ່ 35 ບ້ານໃນເມືອງດັ່ງກ່າວ, ມີງົວ-ຄວາຍຕິດເຊື້ອພະຍາດນີ້ແລ້ວ 3.673 ໂຕ, ສ່ວນໃຫຍ່ແມ່ນງົວ, ຄວາຍເກີດໃໝ່, ນີ້ກໍແມ່ນສາເຫດໜຶ່ງທີ່ເກີດຈາກສະພາບອາກາດໜາວ, ດັ່ງນັ້ນພວກເຮົາຕ້ອງໄດ້ພະຍາຍາມເບິ່ງແຍງຮັກສາສັດລ້ຽງຂອງຕົນໃຫ້ດີເພື່ອບໍ່ໃຫ້ມີຜົນເສຍຫາຍຕາມມາ.