ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວຜູ້ໃໝ່
January 14, 2018 - 5:19 PM
ພິທີມອບ-ຮັບໜ້າທີ່ຫົວ ໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວລະຫວ່າງ ທ່ານ ພັນເອກ ລຳໄພ ຍົດປະໄພ ຜູ້ເກົ່າ ແລະ ທ່ານພັນເອກ ຖາວອນ ອິນທະວົງ ຜູ້ໃໝ່, ໄດ້ຈັດຂຶ້ນເມື່ອ ທ້າຍອາທິດຜ່ານມານີ້, ໂດຍ ການເຂົ້າຮ່ວມຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ບໍ່ແກ້ວ.
ໃນໂອກາດນີ້, ທ່ານເຈົ້າ ແຂວງໄດ້ໂອ້ລົມ ເນັ້ນໃຫ້ຄະ ນະບັນຊາກອງບັນຊາການ ປກສ ແຂວງສືບຕໍ່ປັບປຸງກົງ ຈັກການຈັດຕັ້ງໃຫ້ມີລະບົບ ໜັກແໜ້ນກວ່າເກົ່າ, ທັງ ສອດ ຄ່ອງກັບສະພາບຕົວຈິງ, ເພີ່ມທະວີການສຶກສາອົບ ຮົມວຽກງານການເມືອງ ແນວ ຄິດໃຫ້ກໍາລັງປະກອບ ອາວຸດຢ່າງເປັນປົກກະຕິ, ສືບ ຕໍ່ຫັນກຳລັງລົງຮາກຖານໃຫ້ຫລາຍເພື່ອຮັບປະກັນໃຫ້ ແຂວງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ ກວ່າເກົ່າ.
+ ມອບ-ຮັບ ແລະ ເປີດນຳໃຊ້ອາຄານໂຮງໝໍແຂວງບໍ່ແກ້ວຫລັງໃໝ່
+ ມອບ-ຮັບໜ້າທີ່ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານຜູ້ໃໝ່