ປີເກົ່າທົ່ວປະເທດມີຄະດີອາຍາເກີດຂຶ້ນຫລາຍກວ່າ 6.200 ເລື່ອງ
ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຕໍ່ກອງປະຊຸມວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈຳປີ 2017 ເມື່ອທ້າຍອາທິດຜ່ານມາວ່າ: ໃນປີ 2017 ທົ່ວປະເທດມີຄະດີອາຍາເກີດຂຶ້ນຫລາຍກວ່າ 6.200 ເລື່ອງ, ໃນນີ້ສາມາດແກ້ໄຂສຳເລັດ 5.000 ກວ່າ ເລື່ອງ, ກັກຕົວຜູ້ຖືກຫາໄດ້ຫລາຍກວ່າ 7.100 ຄົນ, ທຽບໃສ່ປີ 2016 ຜ່ານມາເພີ່ມຂຶ້ນ 460 ກວ່າເລື່ອງ ແລະ ພ້ອມນີ້, ຍັງສາມາດດຳເນີນຄະດີຢາເສບຕິດໄດ້ 2.770 ເລື່ອງ, ກັກຜູ້ຖືກຫາໄດ້ 4.241 ຄົນ (ຍິງ 526 ຄົນ) ທຽບໃສ່ປີຜ່ານມາເພີ່ມຂຶ້ນ 262 ເລື່ອງ ແລະ ຢຶດຂອງກາງຢາເສບຕິດໄດ້ເປັນຈໍານວນຫລາຍ ຄື: ຢາບ້າຫລາຍກວ່າ 190 ກິໂລ, ເຮໂຣອິນຫລາຍກວ່າ 68 ກິໂລ, ຢາໄອສ໌ 4,5 ກິໂລ, ພ້ອມດ້ວຍວັດຖຸພັນ ແລະ ຊັບສີນເງິນຄໍາຈຳນວນໜຶ່ງ ແລະ ໃນປີ 2018 ນີ້, ກໍາລັງປ້ອງກັນຄວາມສະຫງົບໃນທົ່ວປະເທດຈະສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ ແລະ 41 ໂຄງການ, ເລັ່ງຜັນຂະຫຍາຍຂໍ້ຕົກລົງ ແລະ ຄໍາສັ່ງຕ່າງໆຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍການເຄື່ອນໄຫວຂອງລະບອບຫົວໜ້າດຽວໃນກຳລັງ, ຂໍ້ຕົກລົງວ່າດ້ວຍທີ່ຕັ້ງ, ພາລະບົດບາດ ແລະ ລະບອບວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາທຸກຂັ້ນໃນກຳລັງ ປກສ, ຄຳສັ່ງການຮັບກຳລັງໃໝ່ເຂົ້າໃນກຳລັງ ປກສ, ຄຳສັ່ງກ່ຽວກັບການສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕິດພັນກັບການຕ້ານການສໍ້ລາດບັງຫລວງໃຫ້ມີປະສິດທິພາບ.
ກອງປະຊຸມດັ່ງກ່າວ, ພາຍໃຕ້ການເປັນປະທານຂອງທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ມີພະນັກງານຫລັກແຫລ່ງກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ນະຄອນຫລວງ ແລະ ແຂວງຕ່າງໆໃນທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.