ບັນຍາກາດປີທ່ອງທ່ຽວເລີ່ມຄຶກຄັກແຕ່ຫົວທີ
ຜ່ານການຕິດຕາມບັນຍາກາດຂອງປີທ່ອງທ່ຽວລາວ 2018 ເຮົາເຫັນວ່າມັນເລີ່ມຄຶກຄັກແຕ່ຫົວປີ. ຍ້ອນວ່າແຕ່ລະທ້ອງຖິ່ນເຂດແຂວງໄດ້ມີແຜນການຢ່າງລະອຽດໄວ້ລ່ວງໜ້າແລ້ວ, ຕົວຢ່າງ ນະຄອນຫລວງວຽງຈັນເຮົາກໍຖືເອົາບຸນນະມັດສະການພະທາດຫລວງເປັນຫລັກແຕ່ປີ 2017 ຜ່ານມາ, ນອກຈາກນັ້ນ, ກໍຍັງມີບຸນອອກພັນສາ, ບຸນຊ່ວງເຮືອທ່າວັດຈັນ ແລະ ກິດຈະກຳອື່ນໆ ຕໍ່ໆກັນມາ. ສ່ວນວ່າແຫລ່ງທ່ອງທ່ຽວນັ້ນ, ກໍມີຫລາຍແຫ່ງເຊັ່ນວ່າ: ພະທາດຫລວງວຽງຈັນ, ຫໍທຳມະສະພາ, ປະຕູໄຊ, ຫໍພະແກ້ວ, ວັດສີສະເກດ, ສວນວັດທະນະທຳຊຽງຄວນ, ວັດພະບາດແອວຂັນ, ຫໍພິພິດຕະພັນຜ້າໄໝບູຮານລາວ ແລະ ມີແຫລ່ງທ່ອງທ່ຽວທາງທຳມະຊາດອີກຫລາຍແຫ່ງທີ່ໜ້າສົນໃຈ.
ພິເສດທາງການນຳນະຄອນຫລວງເພິ່ນຍັງໄດ້ຄາດກະວ່ານັບແຕ່ປີທ່ອງທ່ຽວ 2018 ຫາ 2020 ຈະໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫລວງວຽງຈັນເຖິງ 2 ລ້ານຄົນ. ສ່ວນວ່າແຂວງໄຊຍະບູລີກໍມີບຸນຊ້າງ, ບຸນກອງເຂົ້າໃຫຍ່, ບຸນເຂົ້າຈີ່, ບຸນຜີຕາໂຂນໃຫຍ່, ບຸນດອກແດງ, ບຸນພະທາດຊຽງລົມ, ບຸນບັ້ງໄຟ, ບຸນພະທາດນາງສາມຜິວ, ບຸນຊ່ວງເຮືອ ແລະ ເທດສະການບຸນໝາກໄມ້. ກ່ຽວກັບສະຖານ ທ່ອງທ່ຽວຕ່າງໆ ນັ້ນກໍມີອ່າງນ້ຳຕຽນ, ສູນອະນຸລັກຊ້າງ, ນ້ຳຕົກຕາດເຈົ້າ, ເຂດພັນຖ້ຳນາງທຳ, ນ້ຳຕົກ ຕາດຮຳ, ວັດສີພູມ, ອ່າງນ້ຳຕຳ, ພູປູລານຍ່າງອກ, ຜະລິດຕະພັນຝ້າຍເຜົ່າລື້ບ້ານວຽງແກ້ວ, ເສົາດິນເຈື່ອນ ແລະ ບ່ອນອື່ນໆອີກຫລາຍແຫ່ງ.
ນອກຈາກສອງແຂວງທີ່ຍົກມານີ້ແລ້ວກໍຍັງ, ມີແຂວງອື່ນໆອີກໃນທົ່ວປະເທດ, ຜູ້ຂຽນຈະໄດ້ນຳເອົາຂໍ້ມູນຕ່າງໆກ່ຽວກັບກິດຈະກຳທ່ອງທ່ຽວມາສະເໜີສູ່ອ່ານ ແລະ ສູ່ກັນຮູ້. ຕາມແຫລ່ງຂ່າວໃກ້ໆນີ້ກໍມີສອງແຂວງທາງພາກເໜືອພວມກະກຽມພິທີເປີດປີທ່ຽວຢ່າງຍິ່ງໃຫຍ່ອາລັງການເປັນຕົ້ນ ແຂວງບໍ່ແກ້ວຈະມີກິດຈະກຳ ຫລາຍຢ່າງ. ແຂວງອຸດົມໄຊກໍກະກຽມເປັນການໃຫຍ່ເຊີນແຂກພິເສດ ແລະ ຜູ້ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານ ຈຳນວນ 1.000 ກວ່າຄົນ. ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດແມ່ນບໍ່ໃຫ້ເວົ້າ.
ແນວໃດກໍຕາມ, ພາຍໃຕ້ແຜນການຂອງແຕ່ລະທ້ອງຖິ່ນເຂດແຂວງທີ່ໄດ້ວາງອອກນັ້ນຈະເປັນທັງຂໍ້ມູນ ແລະ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດເພື່ອເຮັດໃຫ້ກິດຈະກຳໃນການທ່ອງທ່ຽວ-ນຳທ່ຽວມີບັນຍາກາດຄຶກຄື້ນ, ສາມາດດຶງດູດເອົາແຂກຄົນ ຫລື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ອງທ່ຽວໃຫ້ຫລາຍໆ ແລະ ໄດ້ຕາມຄາດໝາຍ. ສິ່ງສຳຄັນແມ່ນຂໍໃຫ້ມີລາຍຮັບເປັນກອບເປັນກຳມາໃຫ້ທ້ອງຖິ່ນເຂດແຂວງກໍຄືລາຍຮັບໃຫ້ແກ່ປະເທດຊາດ. ອັນສຳຄັນກວ່າໝູ່ແມ່ນຜູ້ປະກອບການ.
ຕາມເຮົາຄິດ, ສະພາບບັນຍາກາດຫາກຄຶກຄັກແຕ່ຫົວທີຄືແນວນີ້, ເພື່ອໄປຮອດມື້ ປິດປີທ່ອງທ່ຽວໃນທ້າຍປີ ຫລື ປີໜ້າຜູ້ປະກອບການໃນທຸກສາຂາອາຊີບກໍຈະໄດ້ພາກັນມ່ວນຊື່ນ, ເວົ້າອີ່ຫຍັງກໍເວົ້າໄດ້, ໄອກໍສີດັງໆເພາະພາກັນມີຖົງຕື່ງ. ການເສຍພັນທະອາກອນຕ່າງໆກໍອາດຈະບໍ່ໄດ້ຫຍຸ້ງຍາກ ແລະ ຈະບໍ່ມີໃຜຂັດຂ້ອງຂໍໃຫ້ປີທ່ອງທ່ຽວ 2018 ຈົ່ງເປັນປີເງິນປີທອງ, ເປັນປີແຫ່ງຄວາມມ່ວນຄວາມຊື່ນ, ເປັນປີລູກແຄນລວມເຕົ້າ, ສາມກ້ອນເສົ້າລວມພະລັງຢະເອີຍ.