ລາວມອບຜູ້ຕ້ອງຫາຄະດີສໍ້ໂກງຊັບຮ້ອຍກວ່າຄົນໃຫ້ຕຳຫລວດຈີນ
ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຈັດພິທີມອບຜູ້ຖືກຫາສໍ້ໂກງຊັບພົນລະເມືອງ ຜ່ານລະບົບໂທລະຄົມມະນາຄົມ ແລະ ລັກລອບປະກອບອາຊີບ ຢູ່ ສປປ ລາວ ໃຫ້ເຈົ້າໜ້າທີ່ຕຳຫລວດ ສປ ຈີນ ໃນວັນທີ 12 ມັງກອນນີ້ ລະຫວ່າງທ່ານ ພົຈວ ຄຳມ້າວ ຫລ້າຈັນເພັດ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ແລະ ກອງບັນຊາການຕຳຫລວດແຂວງເຫີໜານ ແລະ ນະຄອນຊີອານ ແຂວງຊານຊີ ສປ ຈີນ.
ໃນພິທີ, ທ່ານ ພົຈວ ຄຳມ້າວ ຫລ້າຈັນເພັດ ກ່າວວ່າ: ພາຍຫລັງທີ່ ສປ ຈີນ ສະເໜີຜ່ານສະຖານທູດໃຫ້ກຳລັງປ້ອງກັນຄວາມສະຫງົບລາວຊ່ວຍແກ້ໄຂກຸ່ມພົນລະເມືອງສັນຊາດຈີນທີ່ເຄື່ອນໄຫວກະທຳຜິດສໍ້ໂກງຊັບພົນລະເມືອງຜ່ານລະບົບໂທລະຄົມມະນາຄົມ ແລະ ລັກລອບປະກອບອາຊີບ ຢູ່ ສປປ ລາວ, ລັດຖະມົນຕີກະຊວງ ປກສ ຈຶ່ງແຕ່ງຕັ້ງໜ່ວຍງານສະເພາະຂຶ້ນ ປະກອບມີ: ກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫລວດ ແລະ ຫ້ອງວ່າການກະຊວງ ປກສ ເພື່ອສົມທົບກັບຕຳຫລວດຈີນ ແກ້ໄຂກຸ່ມຄົນດັ່ງກ່າວທີ່ເຂົ້າມາເຄື່ອນໄຫວ, ລະເມີດກົດໝາຍ ແລະ ລະບຽບການຂອງ ສປປ ລາວ ໄດ້ທັງໝົດ 5 ຈຸດ, ສາມາດກັກຕົວຜູ້ຖືກຫາໄດ້ 104 ຄົນ ຍິງ 21 ຄົນ, ຜ່ານການສືບສວນໃນເບື້ອງຕົ້ນຂອງເຈົ້າໜ້າທີ່ລາວ ຮູ້ວ່າກຸ່ມຄົນດັ່ງກ່າວໄດ້ເຂົ້າມາເຄື່ອນໄຫວກະທຳຜິດສໍ້ໂກງຊັບພົນລະເມືອງ ຜ່ານລະບົບໂທລະຄົມມະນາຄົມ ແລະ ລັກລອບປະກອບອາຊີບຢູ່ລາວແທ້, ໃນນັ້ນມອບໃຫ້ກອງບັນຊາການຕຳຫລວດນະຄອນຊີອານ ແຂວງຊານຊີ ຈຳນວນ 63 ຄົນ ຍິງ 12 ຄົນ ແລະ ກອງບັນຊາການຕຳຫລວດແຂວງເຫີໜານ 41 ຄົນ ຍິງ 9 ຄົນ.