ຫ້ອງວ່າການສະພາແຫ່ງຊາດດຳເນີນກອງປະຊຸມປະຈຳປີ
ກອງປະຊຸມວຽກງານຫ້ອງວ່າການສະພາແຫ່ງຊາດທົ່ວປະເທດຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 15-16 ມັງກອນນີ້ ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການເປັນເສນາທິການ ແລະ ການປະສານທີ່ດີຂອງຫ້ອງວ່າການ” ໂດຍມີທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາຄະນະເລຂາທິການສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.
ທ່ານນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ ກ່າວວ່າ: ເພື່ອເຮັດໃຫ້ການປະຕິບັດໜ້າທີ່ໃນຖານະເປັນເສນາທິການປະສານງານ, ບໍລິຫານ-ບໍລິການໃນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ເຫັນໄດ້ຄວາມສໍາຄັນໃນການປະຕິບັດພາລະບົດບາດໜ້າທີ່ຂອງຕົນ ຕະຫລອດໄລຍະຜ່ານມາທີ່ໄດ້ເຮັດໜ້າທີ່ເປັນໃຈກາງປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ສາມາດເຄື່ອນໄຫວວຽກງານຢ່າງມີປະສິດທິພາບ ແລະ ຄຸນນະພາບດີຂຶ້ນ, ພ້ອມທັງສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ ແລະ ສາມາດປຶກສາຫາລື ແລະ ແກ້ໄຂບັນຫາໃນການເຄື່ອນໄຫວວຽກງານຂອງຫ້ອງວ່າການໃນຂອບເຂດທົ່ວປະເທດ. ກອງປະຊຸມຄັ້ງນີ້, ຍັງຈະໄດ້ຮັບຟັງການລາຍງານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດຄັ້ງທີ VII, ບົດປະກອບຄໍາເຫັນຂອງຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫ້ອງວ່າການປະທານປະເທດ, ຄະນະເລຂາທິການສະພາແຫ່ງຊາດ ກ່ຽວກັບການຍົກສູງຄຸນນະພາບການເປັນເສນາທິການ ແລະ ການປະສານງານທີ່ດີຂອງແຕ່ລະພາກສ່ວນ ເພື່ອຮັບປະກັນການປະຕິບັດພາລະບົດບາດຂອງອົງການຈັດຕັ້ງການຍົກສູງຄຸນນະພາບການເປັນເສນາທິການ ແລະ ການປະສານງານທີ່ດີຂອງແຕ່ລະຫ້ອງການກະຊວງ, ແຂວງ, ນະຄອນຫລວງ ເພື່ອຮັບປະກັນໃຫ້ການປະຕິບັດພາລະບົດບາດຂອງຫ້ອງວ່າການດີຂຶ້ນກວ່າເກົ່າ.