ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ

ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - IMG 8033 - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ
ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - kitchen vibe - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ

ກອງທຶນພັດທະນາ ບ້ານ ໂພນທັນ ເມືອງໄຊເສດຖານະ ຄອນຫຼວງວຽງຈັນ ເປັນອີກ ກອງທຶນໜຶ່ງທີ່ມີການເຄື່ອນ ໄຫວດີໃນຕະຫຼອດ 10 ປີຜ່ານ ມາສາມາດສະສົມບົດຮຽນ ແລະ ປະສົບການຫຼາຍຢ່າງ ເຊິ່ງ ມາເຖິງຂະນະນີ້ແມ່ນບໍ່ມີໜີ້ ທວງ ຍາກ ແລະ ມີຜູ້ຝາກ- ຜູ້ກູ້ສະໝໍ່າ ສະເໝີ ເປັນປົກກະຕິ.

ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - IMG 8042 - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ

ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - Visit Laos Visit SALANA BOUTIQUE HOTEL - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ
ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - Visit Laos Visit SALANA BOUTIQUE HOTEL - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ

+ກອງທຶນການເງິນສາກົນ (IMF) ຕີລາຄາສູງຕໍ່ການຂະຫຍາຍຕົວຂອງເສດຖະກິດລາວ.

+ ກອງທຶນໜຶ່ງດວງໃຈມອບເງິນສົມທົບທຶນສ້ອມແປງໂຮງຮຽນປະຖົມ ແລະ ອະນຸບານເມືອງທ່າພະບາດ

ຕໍ່ບັນຫາດັ່ງກ່າວ, ທ່ານ ນາງ ສົມເພັດ ເຂັມທອງ ປະ ທານໜ່ວຍສະຫະພັນແມ່ຍິງ ທັງເປັນປະທານກອງທຶນພັດ ທະນາບ້ານໂພນທັນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ໃນວັນທີ 16 ມັງກອນ ນີ້ວ່າ:    ກອງທຶນພັດທະນາ ບ້ານ ໂພນທັນ ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວມາໄດ້ 10 ປີ, ແລ້ວ ເບື້ອງຕົ້ນມີສະມາຊິກ ພຽງແຕ່ໜ້ອຍດຽວ ໂດຍມີວົງ ເງິນຝາກຂອງສະມາຊິກພາຍ ໃນບ້ານ 8 ລ້ານກວ່າກີບແຕ່ ມາຮອດປັດຈຸບັນມີສະມາຊິກ ເພີ່ມເປັນ 100 ຄົນ ແລະ ມີເງິນ ຝາກ 300 ລ້ານກ່ວາກີບ, ໃນ ນີ້ການຝາກເງິນຂອງ ສະມາຊິກ ໂດຍບໍ່ຈໍາແນກເພດຍິງ- ເພດ ຊາຍ ເຊິ່ງໃນແຕ່ລະເດືອນແມ່ນ ຝາກ 10.000 ກີບຂຶ້ນໄປ, ສະ ເລ່ຍແລ້ວໃນແຕ່ລະເດືອນກອງ ທຶນມີເງິນຝາກບໍ່ຫຼຸດ 12 ລ້ານ ກີບ, ເດັ່ນກ່ວາໝູ່ມີ 6-7 ຄອບ ຄົວທີ່ສາມາດນໍາເງິນມາຝາກ ຢ່າງຕໍ່ເນື່ອງໃນແຕ່ລະເດືອນ 200.000-300.000 ກີບ ຂຶ້ນໄປ ແລະ ໄດ້ຮັບເງິນປັນຜົນ ປີໜຶ່ງປະມານ 17 ລ້ານກີບ.

ທ່ານ ປະທານກອງທຶນ ດັ່ງກ່າວ ຢືນຢັນຕື່ມວ່າ: ສໍາລັບ ການປ່ອຍກູ້ ກໍໄດ້ປະຕິບັດ ຕາມ ລະບຽບກອງທຶນທຸກປະການ ໂດຍມີການປ່ອຍກູ້ໃນວົງເງິນ 3 ເທົ່າຂອງເງິນຝາກແຕ່ປີ ໜຶ່ງ ແມ່ນມີການກູ້ຜູ້ໜຶ່ງບໍ່ກາຍ 2 ຄັ້ງ ແລະ ດອກເບ້ຍບໍ່ເກີນ 3%/ເດືອນ, ໃນປີຜ່ານມາ ໂດຍສະເພາະພາຍການຄຸ້ມ ຄອງບໍລິຫານກອງທຶນ ດ້ວຍ ດີສະເໝີມາ, ຍ້ອນວ່າໄດ້ຮັບ ການຊີ້ນໍາຢ່າງໃກ້ສິດຈາກຄະນະສະຫະພັນແມ່ຍິງເມືອງ ໄຊເສດຖາ ບວກກັບການເອົາ ໃຈໃສ່ນໍາພາຂອງຄະນະໜ່ວຍພັກ-ຄະນະບ້ານ ແລະ ອົງການ ປົກຄອງທີ່ກ່ຽວຂ້ອງຂອງ ບ້ານກໍຄືໄດ້ມີການຮ່ວມມືທີ່ ດີລະຫວ່າງຄະນະບໍລິຫານ- ສະມາຊິກກອງທຶນໃນໄລຍະ ຜ່ານມາ; ນອກນີ້ກອງທຶນຍັງ ນໍາເອົາຍອດເງິນເຫຼືອຕ່າງໆ ໄປຝາກໄວ້ຢູ່ທະນາຄານ ເພື່ອ ຄວາມປອດໄພ.

ເມື່ອເບິ່ງວົງເງິນ ຂອງ ກອງທຶນພັດທະນາ ບ້ານ ໂພນທັນ ແມ່ນຍັງ ບໍ່ຫຼາຍເທົ່າ ທີ່ຄວນຖ້າທຽບໃສ່ປະຊາ ກອນຂອງບ້ານທີ່ມີພົນລະ ເມືອງ 1.000 ກວ່າຄົນ ເຊິ່ງ ສ່ວນໃຫຍ່ມີອາຊີບບໍລິການ, ຄ້າຂາຍ ແລະ ເປັນພະນັກ ງານ, ແຕ່ເຖິງຢ່າງໃດ ກໍຕາມ ໃນໄລຍະຜ່ານມາ ຄະນະ ບໍລິຫານ-ສະມາຊິກກອງ ທຶນບ້ານ ໄດ້ມີການເຄື່ອນ ໄຫວຢ່າງຕັ້ງໜ້າສະແດງ ອອກບໍ່ມີໜີ້ສິນ, ຍອດເງິນ ຝາກນັບມື້ເພີ່ມຂຶ້ນ, ການບໍ ລິຫານມີຄວາມປອດໃສກາຍ ເປັນໜໍ່ແໜງ, ເປັນສະຖານ ທີ່ສຶກສາ ແລະ ຮຽນຮູ້ກ່ຽວ ກັບການອົດອອມ, ການ ນໍາໃຊ້ເງິນເພື່ອໃຫ້ເກີດປະ ໂຫຍດສູງສຸດຕໍ່ຄອບຄົວ ແລະ ສັງຄົມ./.

ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - 5 - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ
ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - 4 - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ
ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ - 3 - ກອງທຶນບ້ານໂພນທັນມີເງິນໝູນ 300 ກວ່າລ້ານກີບ