ໝໍ້ໜຶ້ງເຂົ້າໜຽວໄຟຟ້າເຄພີ
ໝໍ້ໜຶ້ງເຂົ້າໜຽວໄຟຟ້າເຄພີ, ນະວັດຕະກຳໃໝ່ທີ່ຄົນລາວເຮົາຄິດຄົ້ນແລ້ວຮ່ວມມືກັບຊາວຍີ່ປຸ່ນຜະລິດຂື້ນມາ, ເພື່ອຊ່ວຍແກ້ໄຂບັນຫາການໜຶ້ງເຂົ້າເປົ່າໄຟແບບປະຖົມປະຖານມີຄວາມຫຍຸ້ງຍາກໂດຍສະເພາະຍາມລະດູຝົນ ໄດ້ມີທາງເລືອກກັບການໜຶ້ງເຂົ້າແບບໃໝ່, ທັນສະໄໝ, ສະດວກສະບາຍ ແລະ ທັງປະຢັດເວລາກວ່າ, ປັດຈຸບັນຜູ້ນຳເຂົ້າກຳລັງຈຳໜ່າຍໄປທົ່ວປະເທດ ຫວັງໃຫ້ທຸກຄົວເຮືອນໄດ້ນຳໃຊ້.
ທ່ານນາງ ນິດ ເນດສຸດໃຈ ຜູ້ອຳນວຍການບໍລິສັດ ຄຳພູນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ກ່າວວ່າ: ຜ່ານມາສັງເກດເຫັນວ່າ, ການໜຶ້ງເຂົ້າຂອງປະຊາຊົນລາວເຮົາມັກຈະພົບບັນຫາການດັງໄຟ, ໂດຍສະເພາະຍາມລະດູຝົນ ເມື່ອຟືນ ຫລື ຖ່ານປຽກນ້ຳ ແລະ ຊຸ່ມ ເປົ່າຈັ່ງໃດກະບໍ່ລຸກເຮັດໃຫ້ເສຍເວລາພໍສົມຄວນ,ກົງກັນຂ້າມໃນຍາມແລ້ງຟືນແຫ້ງດັງໄຟລຸກຈົນລາມໄໝ້ຮອດຫວດເຂົ້າ, ບາງຄັ້ງໄຟໃໝ້ໝໍ້ເຂົ້າຂິວຄວນໄຟ, ເພື່ອແກ້ບັນຫາເລົ່ານີ້ ບໍລິສັດຈິ່ງຮ່ວມມືກັບນັກປະດິດຊ່ຽວຊານຍີ່ປຸ່ນຄິດຄົ້ນອອກແບບໜໍ້ໜຶ້ງເຂົ້າໄຟຟ້າແບບທັນສະໄໝ, ປະຢັດເວລາ ແລະ ຕັດແບບອັດຕະໂນມັດ ເມື່ອເຂົ້າສຸກ ແລະ ໝົດຄວາມກັງວົນວ່າເຂົ້າບໍ່ສຸກ ຫລື ໄຟໄໝ້ໝໍ້. ໝໍ້ດັ່ງກ່າວເປັນໝໍ້ສະແຕນເລດຍີ່ຫໍ້ເຄພີ (KP), ຜະລິດໃນປະເທດຈີນ ຕາມມາດຕະຖານຂອງຍີ່ປຸ່ນ, ຈິ່ງມີຄວາມທົນທານ ແລະ ບໍ່ເຂົ້າໝ້ຽງ, ພ້ອມມີລະບົບອິນຟາເລດໃນເຄື່ອງ ເພື່ອຊ່ວຍປະຢັດພະລັງງານໄດ້ດີ ເຮັດໃຫ້ເຂົ້າສຸກພາຍໃນ 15-20 ນາທີ ແລະ ມີການຮັບປະກັນຄຸນນະພາບ 1ປີ. ປັດຈຸບັນ, ບໍລິສັດໄດ້ນຳເຂົ້າມາຈຳໜ່າຍໃນຕະຫລາດຂອງລາວແລ້ວ ແລະນອກຈາກຈະຈັດສົ່ງໃນທົ່ວປະເທດ ຍັງກຽມສົ່ງໄປຂາຍໃນປະເທດໄທ ແລະສະຫະລັດອາເມລິການຳອີກ.
ແນວໃດກໍຕາມ, ໝໍ້ດັ່ງກ່າວນອກຈາກຈະໃຊ້ເປັນໝໍ້ໜຶ້ງເຂົ້າແລ້ວຍັງສາມາດແຕ່ງອາຫານປະເພດຕົ້ມ, ໜຶ້ງ, ຈືນ, ອົບ, ລວກ, ຜັດ ແລະ ອື່ນໆ ໄດ້ຕາມໃຈ ແລະ ຍັງໃຫ້ຄວາມສະດວກສະບາຍໃນການພົກພາໄປມາງ່າຍ.