ກ່ອນຈະເປັນຊີວິດຄູ່ຈະຕ້ອງຮູ້ຫຍັງແດ່ ?

ການຈະໃຊ້ຊີວິດຄູ່ໃຫ້ໝັ້ນຄົງ ແລະ ມີຄວາມສຸກນັ້ນ ທັງສອງຝ່າຍລ້ວນແຕ່ຈຳເປັນຕ້ອງຮຽນຮູ້ທີ່ຈະເຮັດຄວາມເຂົ້າໃຈ ລວມທັງປັບໂຕເຂົ້າຫາກັນ. ດັ່ງນັ້ນ, ທັງສອງຈຶ່ງຕ້ອງມີການກຽມໂຕ ແລະ ສຶກສາເຊິ່ງກັນ ແລະ ກັນກ່ອນຈະແຕ່ງດອງ ເພື່ອໃຫ້ຊີວິດຄູ່ທີ່ທັງສອງເລືອກທີ່ຈະໃຊ້ຊີວິດດ້ວຍກັນມີຄວາມສຸກຢ່າງໝັ້ນຄົງ.
ອັນດັບທຳອິດຈຶ່ງຄວນສຶກສາກັນ ແລະ ກັນກ່ອນວ່າມີຄວາມພ້ອມຫລາຍໜ້ອຍປານໃດໃນການຢູ່ຮ່ວມກັນ ທັງທາງຮ່າງກາຍ, ທາງຈິດໃຈ, ສະຖານະພາບທາງເສດຖະກິດ ແລະ ສັງຄົມ, ພິຈາລະນາວ່າການທີ່ເລືອກກັນ ແລະ ກັນ ນີ້ບໍ່ແມ່ນການເລືອກຍ້ອນອາລົມເທົ່ານັ້ນ, ແຕ່ເລືອກດ້ວຍຄວາມເໝາະສົມນຳ ບວກກັບການມີຊີວິດຄູ່ຈຳເປັນຕ້ອງມີທຶນຊັບທີ່ໃຊ້ໃນການສ້າງຄອບຄົວ ແລະ ອັນດັບສຸດທ້າຍທີ່ຕ້ອງຄຳນຶງກໍຄື : ຄວນເຂົ້າກວດສຸຂະພາບໃນໂຮງໝໍເພື່ອກວດສອບຄວາມພ້ອມໃນການມີຄອບຄົວ ແລະ ກວດວ່າທັງສອງຝ່າຍມີພະຍາດທາງກຳມະພັນ ຫລື ພະຍາດອື່ນທີ່ອາດມີຜົນກະທົບຕໍ່ຊີວິດແຕ່ງດອງນຳຫລືບໍ່.
ເຊິ່ງການເຂົ້າກວດສຸຂະພາບກ່ອນການມີຄອບຄົວນີ້ກໍເພື່ອ :
- ກວດໃຫ້ໝັ້ນໃຈວ່າມີອາການ ຫລື ສິ່ງຜິດປົກກະຕິໃດໆທີ່ຈະສົ່ງຜົນຕໍ່ຄວາມສຳພັນໃນອະນາຄົດຫລືບໍ່.
- ເພື່ອຄົ້ນຫາຄວາມບົກພ່ອງຕ່າງໆທີ່ອາດກະທົບກະເທືອນຕໍ່ການມີເພດສຳພັນ ແລະ ເປັນອຸປະສັກໃນການຖືພາ.
- ກວດເລືອດເພື່ອຫາລະດັບນຳ້ຕານ ແລະ ຄວາມເຂັ້ມຂຸ້ນຂອງເມັດເລືອດ, ກວດຫາພູມຕ້ານທານໄວຣັສຕັບອັກເສບເບ, ພະຍາດກ່ຽວກັບເລືອດ ລວມທັງພະຍາດ ຕິດຕໍ່ທາງເພດສຳພັນນຳ.
- ກວດປອດເພື່ອຫາຄວາມຜິດປົກກະຕິ.
- ເພື່ອການສັກວັກແຊັງປ້ອງກັນພະຍາດຕັບອັກເສບ ປ້ອງກັນພະຍາດບາດທະຍັກ.
- ເພື່ອໃຫ້ທັງສອງໄດ້ຮັບຄຳແນະນຳໃນເລື່ອງການວາງແຜນຄອບຄົວ, ການຄຸມກຳເນີດ ແລະ ຄວາມຮູ້ເລື່ອງເພດ ແລະອື່ນໆ.
ເມື່ອຂັ້ນຕອນຂ້າງເທິງຜ່ານໄປແລ້ວ ຍັງມີສິ່ງທີ່ສຳຄັນນອກຈາກນັ້ນອີກ ກໍຄື : ຄູ່ຜົວເມຍທີ່ຕ້ອງຢູ່ຮ່ວມເຮືອນດຽວກັນຕະຫລອດເວລາ ກໍຍ່ອມຕ້ອງມີບັນຫາຂັດແຍ່ງກັນເປັນເລື່ອງທຳມະດາ ເພາະທຸກຄົນຍ່ອມມີຄວາມແຕກຕ່າງກັນ, ການແກ້ໄຂບັນຫາກໍຄືການຈັດການຄວາມແຕກຕ່າງລະຫ່ວາງຄົນສອງຄົນໃຫ້ຢູ່ຮ່ວມກັນໃຫ້ໄດ້ ບໍ່ແມ່ນການປັບປ່ຽນໃຜຄົນໃດຄົນໜຶ່ງເພື່ອຕາມໃຈໃຜອີກຄົນ ແລ້ວຈະຈັດການຄວາມແຕກຕ່າງນີ້ໄດ້ແນວໃດ ລອງມາເບິ່ງກັນເທື່ອລະຂໍ້ດັ່ງນີ້ :
– ລົມກັນວ່າສິ່ງທີ່ຄິດບໍ່ຄືກັນນັ້ນແມ່ນເລື່ອງໃດ ແລ້ວບອກກັນຢ່າງກົງໄປກົງມາວ່າ ແຕ່ລະຄົນຕ້ອງການຫຍັງ.
– ຫາກມີບັນຫາໃຫ້ແກ້ໄຂຮ່ວມກັນ ຫລື ຫາກມີຫລາຍບັນຫາໃຫ້ລົມກັນ ແລ້ວແກ້ໄປເທື່ອລະເລື່ອງດ້ວຍຄວາມເຂົ້າໃຈກັນ.
– ມີບັນຫາກັນເລື່ອງໃດໃຫ້ເອົາສິ່ງທີ່ເຂົາຄິດ ຫລື ພຶດຕິກຳທີ່ບໍ່ຖືກຕ້ອງລົມກັນ ຢ່າຕຳໜິໂຕບຸກຄົນ, ແຕ່ໃຫ້ລົມກັນຢູ່ພຶດຕິກຳ ຈະເປັນການແກ້ໄຂບັນຫາດ້ານບວກຫລາຍກ່ວາ.
– ລະຫ່ວາງຜົວເມຍຄວນຫາເວລາເພື່ອລົມກັນໃນເລື່ອງສຳຄັນ ຫລື ເລື່ອງທີ່ຕ້ອງຕັດສິນໃຈຮ່ວມກັນ ຢ່າໃຫ້ມີເລື່ອງອື່ນມາລົບກວນໄດ້, ໃຫ້ຕ່າງຝ່າຍຕ່າງເວົ້າໄດ້ຢ່າງອິດສະລະ ບໍ່ຕັດສິນຜິດ ຫລື ຖືກ, ໃຫ້ເວົ້າອອກມາໂດຍບໍ່ມີອັກຄະຕິ, ຄວາມອວດດີ ຫລື ຄວາມຢາກເອົາຊະນະ, ຍອມຮັບຄວາມຄິດຂອງກັນ ແລະ ກັນ ເຖິງວ່າອີກຝ່າຍຈະມີການກະທຳ ຫລື ຄວາມຄິດທີ່ແຕກຕ່າງຈາກເຮົາ.
– ກ່າວຄຳຂໍໂທດ ເພາະການຂໍໂທດເຮັດໃຫ້ບັນຍາກາດດີຂຶ້ນ ກໍເພື່ອເປັນການເປີດໂອກາດໃຫ້ອີກຝ່າຍໄດ້ຂໍໂທດເຮົາຄືນນຳ, ໃຊ້ຄຳເວົ້າຢ່າງລະມັດລະວັງ, ບໍ່ຕັ້ງເງື່ອນໄຂ, ຕຳໜິ ຫລື ດູຖູກ ເພາະຈະຍິ່ງເບິ່ງຄືເຮັດໄປຍ້ອນປະຊົດ, ການຂໍໂທດຮັກສາສຳພັນໃນຄອບຄົວໄວ້ໄດ້ຫລາຍກ່ວາການມີເຫດຜົນຕະຫລອດເວລາ.
– ຈິງໃຈໃນການແກ້ໄຂບັນຫາ ບໍ່ແມ່ນແຕ່ຂໍໂທດໄປວັນໆ ພ້ອມທັງຄວນສ້າງບັນຍາກາດດີໆຂຶ້ນລະຫ່ວາງກັນ ແລະ ກັນ ອາດຈະເປັນການໄປທ່ຽວຕ່າງແຂວງເພື່ອປ່ຽນບັນຍາກາດ ໃຫ້ໄດ້ມີເວລາທົບທວນເລື່ອງລາວຫລາຍໆຢ່າງທີ່ຜ່ານມາດ້ວຍກັນ.
– ເບິ່ງໂຕເອງໃຫ້ຫລາຍໄວ້ ການປັບໂຕເຂົ້າຫາກັນແມ່ນການປັບຢູ່ໂຕເອງເຂົ້າຫາຜູ້ອື່ນ ເຮົາບໍ່ສາມາດປັບແຕ່ຜູ້ອື່ນເຂົ້າຫາເຮົາ ໄດ້ດອກ ຊີວິດຄູ່ທ່ີເຂົ້າໃຈກັນ ແລະ ກັນນັ້ນໝັ້ນຄົງຍືນຍາວ ຈົນເຮັດໃຫ້ຊີວິດດ້ານອື່ນໆດີຂຶ້ນໄປນຳ.
– ການໃຊ້ຊີວິດຄູ່ຢູ່ຮ່ວມກັນດ້ວຍຄວາມຍອມຮັບຂໍ້ບົກພ່ອງເຊິ່ງກັນ ແລະ ກັນ ບໍ່ມີໃຜທີ່ສົມບູນແບບໄປໝົດ, ເລືອກເບິ່ງດ້ານດີ ຂອງເຂົາທີ່ເຮົາເຄີຍຮັກຫລາຍໆ ຈະເຮັດໃຫ້ເຮົາຍອມຮັບຂໍ້ເສຍຂອງເຂົາໄດ້ໃນທີ່ສຸດ.









