ກອງປະຊຸມແວນຄູເວີເຫັນພ້ອມ ເພີ່ມການກົດດັນ ສປປ ເກົາຫລີ

ອາເມລິກາ ແລະ ການາດາ ອອກຖະແຫລງການຮ່ວມກັນວ່າ: 20 ປະເທດທີ່ເຂົ້າຮ່ວມກອງປະຊຸມວ່າດ້ວຍ ສປປ ເກົາຫລີ ຕົກລົງເຫັນພ້ອມກັນໃນວັນທີ 16 ມັງກອນ ເພື່ອພິຈາລະນາຂວ້ຳບາດແຕ່ພຽງຝ່າຍດຽວກັບ ສປປ ເກົາຫລີ ນອກເໜືອຈາກມະຕິສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.
ຖະແຫລງການກອງປະຊຸມເລື່ອງໂຄງການອາວຸດນິວເຄຼຍ ສປປ ເກົາຫລີ ຍັງຫາລືເພື່ອສະໜັບສະໜູນການເຈລະຈາລະຫວ່າງ ສປປ ເກົາຫລີ ກັບ ສ.ເກົາຫລີ ໂດຍຫວັງວ່າຈະນຳໄປສູ່ການບັນເທົາຄວາມຂັດແຍ່ງຢ່າງຖາວອນ. ອາເມລິກາ ແລະ ການາດາ ເປັນເຈົ້າພາບຮ່ວມໃນກອງປະຊຸມເປັນເວລາ 1 ວັນ ຢູ່ເມືອງແວນຄູເວີ ຂອງການາດາ ເພື່ອຫາລືວິທີການບັງຄັບໃຫ້ ສປປ ເກົາຫລີ ຍົກເລີກໂຄງການນິວເຄຼຍ. ຖະແຫລງການລະບຸວ່າ: ຜູ້ເຂົ້າຮ່ວມກອງປະຊຸມຕົກລົງເຫັນພ້ອມກັນວ່າຈະບັງຄັບໃຊ້ມາດຕະການຂວ້ຳບາດ ສປປ ເກົາຫລີ ໃຫ້ຫລາຍຂຶ້ນອີກຈາກມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ມີຢູ່ແລ້ວ, ແຕ່ບໍ່ໄດ້ໃຫ້ລາຍລະອຽດ. ນອກຈາກນີ້ ຍັງໃຫ້ສັນຍາວ່າຈະປະຕິບັດຕາມມາດຕະການຂວ້ຳບາດຢ່າງເຄັ່ງຂັດທັງໝົດ.