ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ສສ.ມຽນມາ ຢ່າງເປັນທາງການ


ໂດຍຕອບສະໜອງຕາມຄຳເຊີນຂອງພະນະທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບມຽນມາ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສສ.ມຽນມາ ຢ່າງເປັນທາງການໃນລະຫວ່າງວັນທີ 15-16 ມັງກອນນີ້, ຊຶ່ງເປັນການຢ້ຽມຢາມ ສສ ມຽນມາ ຄັ້ງທຳອິດ, ພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນວັນທີ 15 ມັງກອນ, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບ ອຸ່ນ ແລະ ສົມກຽດທີ່ທຳນຽບປະທານາທິບໍດີ, ໂດຍການໃຫ້ກຽດຕ້ອນຮັບຂອງພະນະທ່ານ ອູ ຕິນ ຈໍ ປະທານາທິບໍດີແຫ່ງ ສສ. ມຽນມາ ແລະ ພັນລະຍາ, ພາຍຫລັງສຳເລັດພິທີຕ້ອນຮັບ ຜູ້ນຳທັງສອງຝ່າຍໄດ້ດຳເນີນການພົບປະໂດຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດໃນໄລຍະຜ່ານມາ ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິຂອງການນຳຂັ້ນສູງຂອງສອງປະເທດ. ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຖານເພື່ອນມິດສະໜິດແໜ້ນ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງຂອງລັດຖະບານ ແລະ ປະຊາຊົນມຽນມາ ໃນການພັດທະນາປະເທດຊາດໃຫ້ກ້າວໜ້າຍິ່ງໆຂຶ້ນ, ພ້ອມນັ້ນ, ທ່ານກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ເຖິງພະນະທ່ານປະທານາທິບໍດີແຫ່ງ ສສ. ມຽນມາ, ໃນໂອກາດດຽວກັນ, ພະນະທ່ານ ອູ ຕິນ ຈໍ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຢ່າງເປັນທາງການຢູ່ ສສ. ມຽນມາ ຂອງພະນະທ່ານ ທອງລຸນ ສີສຸລິດ ແລະ ຄະນະ, ຊຶ່ງເປັນການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ການຮ່ວມ ມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມນັ້ນ, ພະນະທ່ານປະ ທານາທິບໍດີ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວມາຍັງພະນະທ່ານປະທານປະເທດແຫ່ງ ສປປ ລາວ ແລະ ອວຍພອນໃຫ້ພະນະທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການໃນຄັ້ງນີ້.
ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບພະນະທ່ານນາງ ອອງ ຊານ ຊູ ຈີ ທີ່ປຶກສາແຫ່ງລັດແຫ່ງ ສສ. ມຽນມາ ທີ່ທຳນຽບປະທານາທິບໍດີ, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ, ພ້ອມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືສອງຝ່າຍໃນດ້ານຕ່າງໆທີ່ມີບາດກ້າວຂະຫຍາຍຕົວທີ່ດີໃນໄລຍະຜ່ານມາ, ເປັນຕົ້ນແມ່ນທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ຄົມມະນາຄົມ-ຂົນສົ່ງ, ພະລັງງານໄຟຟ້າ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ, ການຄ້າ- ການລົງທຶນ ແລະ ດ້ານອື່ນໆ. ນອກນັ້ນ, ສອງຝ່າຍລ້ວນແຕ່ເຫັນດີພ້ອມກັນວ່າ ສອງປະເທດມີທ່າແຮງບົ່ມຊ້ອນຫລາຍທີ່ຈະຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ: ການທ່ອງທ່ຽວ, ໂດຍສະເພາະປີທ່ອງທ່ຽວລາວ 2018 ຈະສືບຕໍ່ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດໃຫ້ຫລາຍຂຶ້ນ, ໃນໄລຍະຜ່ານມາ, ສປປ ລາວ ແລະ ສສ. ມຽນມາ ໄດ້ມີການລົງນາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຮ່ວມກັນຫລາຍກ່ວາ 30 ສະບັບ, ຊຶ່ງສອງຝ່າຍເຫັນດີວ່າຄວນຊຸກຍູ້ໃຫ້ ພາກສ່ວນກ່ຽວຂ້ອງປະຕິບັດຕາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນແລ້ວນັ້ນໃຫ້ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ, ພ້ອມທັງເຫັນດີຊຸກຍູ້ໃຫ້ບັນດາຂະແໜງການເຫລົ່ານັ້ນໄດ້ປຶກສາຫາລື ແລະ ຊອກຊ່ອງທາງການຮ່ວມມືນຳກັນໃຫ້ຫລາຍຂຶ້ນຕື່ມ. ພ້ອມນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ ເຊື້ອເຊີນພະນະທ່ານນາງ ອອງ ຊານ ຊູ ຈີ ຢ້ຽມຢາມທາງການທີ່ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດລາວ ແລະ ມຽນມາໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພາຍຫລັງສຳເລັດການພົບປະ, ພະນະທ່ານ ທອງລຸນ ສີສຸລິດ ແລະ ພະນະທ່ານນາງ ອອງ ຊານ ຊູ ຈີນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານສຳຄັນ 3 ສະບັບຄື: ບົນບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ແຫ່ງ ສປປ ລາວ ແລະ ກະຊວງໄຟຟ້າ ແລະ ພະ ລັງງານແຫ່ງ ສສ ມຽນມາ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສປປ ລາວ ແລະ ກະຊວງສຶກສາ (ວິທະຍາສາດ ແລະ ເຕັກ ໂນໂລຊີ) ແຫ່ງ ສສ ມຽນມາ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຕ້ານການສໍ້ລາດບັງຫລວງລະຫວ່າງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງແຫ່ງ ສປປ ລາວ ແລະ ຄະນະກຳມະການຕ້ານການສໍ້ລາດບັງ ຫລວງແຫ່ງ ສສ ມຽນມາ. ໃນໂອກາດຢ້ຽມຢາມ ສສ ມຽນມາ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ໄປຢ້ຽມຢາມນະຄອນຢາງກຸ້ງ, ເຂດເສດຖະກິດພິເສດທິລາວາ ແລະ ພະທາດສະເວດາກ໋ອງ.