ຢາກໃຫ້ລູກສະຫຼາດ ພໍ່ແມ່ມືໃຫມ່ຄວນຝຶກລູກໃຫ້ຊ່ວຍເຫຼືອຕົວເອງເປັນ
January 18, 2018 - 4:14 PM

ເຊື່ອ ຫຼືບໍ່ວ່າ ໃນສັງຄົມພາຍນອກທີ່ລູກຈະຕ້ອງຜະເຊີນດ້ວຍຕົວເອງ ໂດຍທີ່ບໍ່ມີພໍ່ແມ່ຄອຍໃຫ້ຄວາມຊ່ວຍເຫຼືອ ຄືສິ່ງທີ່ພໍ່ແມ່ຄວນໃສ່ໃຈໃຫ້ຫຼາຍ ອາດຈະໃຫ້ເຂົາໄດ້ຮຽນຮູ້ເຖິງການຊ່ວຍເຫຼືອຕົວເອງ ໂດຍເລີ່ມຈາກການກິນເຂົ້າ, ດື່ມນໍ້າດ້ວຍຕົວເອງ ອາດຈະມີເຮັດເປື້ອນແດ່ ແຕ່ກໍຖືວ່າເປັນຂະບວນການຮຽນຮູ້ທີ່ເດັກຈະສາມາດປັບຕົວໃນການແກ້ໄຂບັນຫາຕໍ່ໄປໄດ້ ແລະ ທີ່ສໍາຄັນຢ່າລືມວ່າເດັກຕ້ອງເຂົ້າສູ່ໂຮງຮຽນທໍາອິດໃນຊີວິດ ກໍຕ້ອງເກັບຂອງຫຼິ້ນ, ເກັບຂີ້ເຫຍື້ອ, ແກະເປືອກເຂົ້າໜົມ, ກິນເຂົ້າ, ດື່ມນໍ້າ ແລະ ກິດຈະກໍາອື່ນໆ ອີກຫຼາກຫຼາຍດ້ວຍຕົວເອງ. ດັ່ງນັ້ນ ຄົນເປັນພໍ່ແມ່ຈໍາເປັນຕ້ອງມີວິທີການເພື່ອເປັນການຝຶກໃຫ້ລູກສາມາດເອົາຕົວລອດຈາກສິ່ງເຫຼົ່ານີ້ໄປໄດ້ດ້ວຍນັ້ນເອງ.
- ປ່ອຍໃຫ້ລູກກິນເຂົ້າດ້ວຍຕົວເອງ: ພຽງພໍ່ແມ່ປ່ອຍໃຫ້ລູກກິນເຂົ້າດ້ວຍຕົວເອງ ກໍຖືວ່າເປັນການລ້ຽງລູກໃຫ້ສະຫຼາດຂຶ້ນໄດ້.
- ຢ່າກັງວົນເລື່ອງຄວາມເປິະເປື້ອນ: ການທີ່ພໍ່ແມ່ກັງວົນ ຫຼື ເປັນຫ່ວງຢ້ານເຄື່ອງນຸ່ງລູກເປື້ອນ ຈະເຮັດໃຫ້ພໍ່ແມ່ໃຈອ່ອນ ຈົນໃຊ້ວິທີການຊ່ວຍປ້ອນເຂົ້າໃຫ້ລູກເອງຕະຫຼອດເວລາ ຊຶ່ງການເຮັດລັກສະນະນີ້ ຈະເໜືອນເປັນວິທີທີ່ບໍ່ສາມາດໃຫ້ລູກເຕີບໃຫຍ່ ແລະ ສາມາດຮູ້ຈັກການເອົາຕົວລອດໃນການກິນເຂົ້າ ແລະ ດື່ມນໍ້າດ້ວຍຕົວເອງໄດ້ ເມື່ອຕ້ອງໄປຢູ່ໃນສັງຄົມທີ່ຕ້ອງເອົາຕົວລອດດ້ວຍຕົວເອງ. ດັ່ງນັ້ນ ຈົ່ງຕັດຄວາມກັງວົນ ຫຼື ເປັນຫ່ວງຢ້ານເຄື່ອງນຸ່ງລູກເປື້ອນ ຄິດວ່າຍິ່ງເປື້ອນກໍຍິ່ງໄດ້ການຮຽນຮູ້ ແລະ ໄດ້ການສອນລູກໃຫ້ເປັນຜູ້ໃຫຍ່ ຮູ້ຈັກຊ່ວຍເຫຼືອຕົວເອງເປັນການຖືວ່າຄຸ້ມຄ່າທີ່ສຸດ.