ທີມຊາດຫວຽດນາມ ກາຍເປັນທີມທີ 2 ເຂົ້າຮອບນ໊ອກເອົ້າ ບານເຕະອາຊີ U-23
January 18, 2018 - 5:19 PM
ເປັນໄປຕາມຄາດ ເມື່ອທີມຊາດຫວຽດນາມ ກາຍເປັນຊາດອາຊຽນທີມທີ 2 ທີ່ຜ່ານເຂົ້າຮອບນ໊ອກເອົ້າໃນການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຫລັງຈາກສະເໝີ ຊີຣີ 0-0 ພຽງພໍຕໍ່ການເຂົ້າຮອບ ເພາະ ສ.ເກົາຫລີ ຊະນະ ອົດສະຕຣາລີ 3-2.
ຈາກຜົນດັ່ງກ່າວສົ່ງຜົນໃຫ້ ສ.ເກົາຫລີ ຄວ້າແຊ້ມກຸ່ມ ຈາກການມີ 7 ຄະແນນ, ສ່ວນ ຫວຽດນາມ ມີ 4 ຄະແນນ ຈາກການລົງສະໜາມ 3 ນັດ ຊະນະ 1 ສະເໝີ 1 ແລະ ເສຍ 1 ນັດ ຄວ້າຮອງແຊ້ມກຸ່ມ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ພ້ອມທັງເຂ່ຍ ອົດສະຕຣາລີ ມີ 3 ຄະແນນ ແລະ ຊີຣີ ມີ 2 ຄະແນນ ຕົກຮອບໄປ.
ສຳລັບຮອບ 8 ທີມສຸດທ້າຍ ຫວຽດນາມ ຈະຜ່ານເຂົ້າໄປພົບກັບ ອີຣັກ, ສ່ວນ ສ.ເກົາຫລີ ຈະໄປພົບກັບ ມາເລເຊຍ ທີມຈາກອາຊຽນ ໃນວັນທີ 20 ມັງກອນນີ້.