ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ

- kitchen vibe - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ

- Untitled 1 1 275x300 - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ     ເພື່ອນຜູ້ອ່ານທີ່ຮັກແພງ, ໃນຫລາຍປີຜ່ານມາ ພວກເຮົາຈະສັງເກດເຫັນວ່າ: ການຮັກສາອະນາໄມຄວາມສະອາດ ຂອງຕົວເມືອງໃນໄລຍະສະຫລອງປີໃໝ່ ໂດຍສະເພາະຢູ່ນະຄອນຫລວງເຮົານີ້ບໍ່ຄ່ອຍໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ ເຊິ່ງສະແດງອອກໃຫ້ເຫັນພຽງ 3-4 ວັນຂອງການສະຫລອງກໍເຮັດໃຫ້ຖະໜົນຫລາຍສາຍມີສະພາບເປິະເປື້ອນ ແລະ ເຕັມໄປດ້ວຍເສດຂີ້ເຫຍື້ອ ແລະ ຖົງຢາງຈາກນ້ຳມືຂອງຄົນເຮົາທີ່ຍັງຂາດສະຕິ ແລະ ຄວາມເປັນເຈົ້າການໃນການຮັກ ສາຄວາມສະອາດຈົບງາມຂອງຕົວເມືອງ ໂດຍສະເພາະແມ່ນຂະບວນການນຳໃຊ້ຖົງຢາງບັນຈຸນ້ຳດຶກແກວ່ງໃສ່ກັນຈົນ ຂາວໄປທົ່ວຖະໜົນ ເບິ່ງແລ້ວບໍ່ຄ່ອຍຈະງົດງາມ ແລະ ຄຽງຄູ່ກັນນັ້ນ, ຜູ້ເຮັດອະນາໄມຕົວເມືອງ, ຜູ້ປະກອບການເກັບ ມ້ຽນຂີ້ເຫຍື້ອສ່ວນຫລາຍແມ່ນເພິ່ນກໍພັກຫລິ້ນບຸນປີໃໝ່ຄືກັນ ແລະ ກໍບໍ່ໄດ້ອອກເກັບມ້ຽນຂີ້ເຫຍື້ອຕາມຄຸ້ມບ້ານ ແລະ ບ່ອນສາທາລະນະຕ່າງໆ ຈຶ່ງເຮັດໃຫ້ຂີ້ເຫຍື້ອທີ່ສະສົມໄວ້ນັ້ນນັບມື້ຫລາຍຂຶ້ນ ບວກກັບສະພາບອາກາດຮ້ອນອົບເອົ້າ ຂອງເດືອນສົງການກໍໄດ້ເຜົາຜານຂີ້ເຫຍື້ອເຫລົ່ານັ້ນເໝັນເໜົ່າຂຶ້ນທຸກຂະນະ ໂດຍສະເພາະໃນເຂດຕະຫລາດຕ່າງໆຍິ່ງ ຮ້າຍແຮງ ສົ່ງຜົນໃຫ້ສິ່ງແວດລ້ອມ ແລະ ສັງຄົມຂອງຕົວເມືອງຫລວງບໍ່ຄ່ອຍຈະງົດງາມ, ສ້າງພາບພົດອັນບໍ່ດີແກ່ຜູ້ ມາທ່ຽວ ແລະ ເພື່ອແກ້ໄຂສະພາບດັ່ງກ່າວບໍ່ໃຫ້ເກີດຂຶ້ນ, ອົງການຄຸ້ມຄອງບໍລິຫານຕົວເມືອງຕ້ອງເປັນເຈົ້າການປຸກລະ ດົມສັງຄົມໃຫ້ເອົາໃຈໃສ່ຕໍ່ການຮັກສາອະນາໄມສິ່ງແວດລ້ອມ, ມີສະຕິເກັບມ້ຽນຂີ້ເຫຍື້ອ, ບໍ່ສ້າງສິ່ງເປື້ອນເປິະຕໍ່ຖະໜົນ ຫົນທາງ. ພ້ອມນັ້ນ ກໍແນະນຳໃຫ້ຜູ້ປະກອບການເຮັດອະນາໄມ ແລະ ເກັບມ້ຽນຂີ້ເຫຍື້ອ ເພີ່ມທະວີການເຮັດວຽກຂອງ ຕົນໃນໄລຍະປີໃໝ່ໃຫ້ດີກວ່າເກົ່າ. ຖ້າເຮັດໄດ້ແນວນີ້ຈຶ່ງຈະສ້າງໂອກາດໃຫ້ແກ່ການດຶງດູດການທ່ອງທ່ຽວຂອງປະ ເທດເຮົາພົ້ນເດັ່ນຂຶ້ນ.

- 5 - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ
- 3 - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ
- 4 - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ
- Visit Laos Visit SALANA BOUTIQUE HOTEL - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ
- Visit Laos Visit SALANA BOUTIQUE HOTEL - ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ