ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມນາຍ ແລະ ພົນທະຫານວິທະຍາຄານກົມມະດຳ.
ໃນວັນທີ 17 ມັງກອນນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ,ພ້ອມຄະນະນຳຈາກກະຊວງປ້ອງກັນປະເທດ, ໄດ້ໄປຢ້ຽມຢາມນາຍ ແລະ ພົນທະຫານວິທະຍາຄານກົມມະດຳ (ເຂດນໍ້າຊວງ) ແຂວງວຽງຈັນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຄົບຮອບ 69 ປີ (20 ມັງກອນ 1959-20 ມັງກອນ 2018), ໂດຍມີທ່ານພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານ, ພ້ອມດ້ວຍຄະນະບັນຊາຂອງວິທະຍາຄານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຟັງລາຍງານຈາກທ່ານພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາຄານກົມມະດຳກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວວຽກງານໃນຜ່ານມາຂອງວິທະຍາຄານດັ່ງກ່າວວ່າ: ວິທະຍາຄານແຫ່ງນີ້, ໄດ້ສືບທອດມູນເຊື້ອມາຈາກໂຮງຮຽນກົມມະດຳຊັ້ນຕົ້ນໃນເມື່ອກ່ອນ ແລະ ເປັນໂຮງຮຽນແຫ່ງທຳອິດຂອງກອງທັບທີ່ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງຂຶ້ນໃນວັນທີ 18 ມິຖຸນາ 1955 ທີ່ບ້ານກາງໂມງເມືອງໂສຍແຂວງຫົວພັນ ທີ່ເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ. ວິທະຍາຄານກົມມະດຳ ໄດ້ປະຕິບັດໜ້າທີ່ຝຶກອົບຮົມ-ບຳລຸງກໍ່ສ້າງນາຍສິບ ແລະ ນາຍທະຫານລຸ້ນສືບທອດ, ປັດຈຸບັນມີທັງໝົດ 5 ຫລັກສູດການຮຽນ-ການສອນ ແລະ ສາມາດບໍາກໍ່ສ້າງພະນັກງານ ແລະ ນາຍສິບອອກຮັບໃຊ້ຊາດໄດ້ຫລາຍກວ່າ 10 ພັນຄົນ, ຊຶ່ງລ້ວນແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ ແລະ ປະເທດຊາດ ແລະ ມີຫລາຍສະຫາຍ ໄດ້ກາຍເປັນນັກຮົບແຂ່ງຂັນ, ເປັນວິລະຊົນແຫ່ງຊາດ, ເປັນພະນັກງານຂັ້ນສູງຂອງພັກ-ລັດ ແລະ ກອງທັບ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ, ຄູອາຈານ ແລະ ນັກຮຽນການທະຫານຂອງວິທະຍາຄານດັ່ງກ່າວ, ເຊິ່ງທ່ານໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມຈາກສູນກາງພັກ ແລະ ລັດຖະບານ ມາຍັງບັນດານາຍ ແລະ ພົນທະຫານ ແລະ ຜ່ານບັນດາສະຫາຍໄປຍັງບັນດາຄອບຄົວຜູ້ທີ່ໄດ້ສະຫລະຊີວິດ, ຜູ້ບາດເຈັບ, ແລະ ພົນທະຫານທີ່ອອກໄປປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ແລະ ບັນດາສະຫາຍທີ່ອອກພັກຜ່ອນບຳນານ, ພ້ອມທັງສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍພະນັກງານ ແລະ ນັກຮົບທົ່ວກົມກອງທີ່ໄດ້ພ້ອມກັນຕັ້ງໜ້າເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ, ພ້ອມທັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ກໍຄືໃນປະເທດທີ່ຍັງສືບຕໍ່ຜັນແປຢ່າງສະລັບຊັບຊ້ອນ, ການເກີດໄພພິບັດທຳມະຊາດ, ອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງສືບຕໍ່ເຄື່ອນໄຫວທຳລາຍມ້າງເພດ້ວຍຫລາຍຮູບການ ແລະ ເລິກແລບກວ່າເກົ່າ. ສະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຈຶ່ງໄດ້ເນັ້ນໃຫ້ບັນດາສະຫາຍໃນກຳລັງປະກອບອາວຸດ ຕ້ອງໄດ້ອອກແຮງ ແລະ ສຸມທຸກຄວາມສາມາດເຂົ້າໃນການຈັດຕັ້ງປະ
ຕິບັດສອງໜ້າທີ່ຍຸດທະສາດຂອງພັກໃນເງື່ອນໄຂໃໝ່ໃຫ້ໜັກແໜ້ນ, ໂດຍສະເພາະຕ້ອງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ ແລະ ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານ ປກຊ-ປກສ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ຕ້ອງຮັບປະກັນຄວາມຈົ່ງຮັກພັກດີ ຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ ໄປພ້ອມໆກັບການປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສົມທົບຢ່າງກົມກຽວລະຫວ່າງບົດບາດ-ຄວາມສາມາດນຳພາຂອງໝູ່ຄະນະກັບບົດບາດ-ຄວາມສາມາດນຳພາຂອງບຸກຄົນໃນຄະນະ, ແບບແຜນນຳພາຕ້ອງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ຕ້ອງສຸມໃສ່ຄົ້ນຄວ້າຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ, ປັບປຸງພາຍໃນໃຫ້ໜັກແໜ້ນເຂັ້ມແຂງ ແລະ ເດັດຂາດ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຊ່ວຍເຫລືອກຳລັງທ້ອງຖິ່ນຢູ່ຮາກຖານ, ສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ ດ້ວຍການສ້າງວຽກງານພະລາທິການກັບທີ່ເປັນວຽກງານຕົ້ນຕໍ ແລະ ສືບຕໍ່ເປີດກວ້າງການພົວພັນສາມັກຄີສາກົນ ຕາມແນວທາງການຕ່າງປະເທດຂອງພັກ.