ເມືອງທ່າແຂກກວດສອບມາດຕະຖານຊິງ
January 21, 2018 - 2:59 PM
ເມື່ອທ້າຍອາທິດຜ່ານມານີ້, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງທ່າແຂກ ແຂວງຄຳມ່ວນໄດ້ລົງກວດ ສອບມາດຕະຖານຊິງໃນ ຕະ ຫຼາດນາໂບ ເພື່ອໃຫ້ຮັບປະກັນ ຄວາມຖືກຕ້ອງ, ຄວາມເປັນ ລະບຽບຮຽບຮ້ອຍ ແລະ ຕ້ານ ປະກົດການຫຍໍ້ທໍ້ໃນສັງຄົມ ກໍຄືສຽງຈົ່ມວ່າຂອງປະຊາ ຊົນທີ່ມາຊົມໃຊ້ຈັບຈ່າຍຊື້ ຂາຍຢູ່ຕະຫຼາດດັ່ງກ່າວ ເຊິ່ງ ພົບວ່າ ຊິງສ່ວນຫຼາຍແມ່ນ ໄດ້ມາດຕະຖານຖືກຕ້ອງດີ ແລະ ມີຈຳນວນໜຶ່ງທີ່ບໍ່ໄດ້ ມາດຕະຖານ ຈິ່ງໄດ້ຍຶດເພື່ອ ໄປທຳລາຍຖິ້ມພ້ອມທັງສຶກສາອົບຮົມຊາວຄ້າຂາຍທີ່ ນຳໃຊ້ ຊິງບໍ່ໄດ້ມາດຕະຖານ ບໍ່ໃຫ້ນຳໃຊ້ອີກ ເຊິ່ງເປັນການ ເອົາປຽບຜູ້ບໍລິໂພກກໍຄືຜູ້ ຊົມໃຊ້.
+ ເປັນຫ່ວງຜະລິດຕະພັນສິນຄ້າລາວຫາກບໍ່ໄດ້ຮັບການສົ່ງເສີມຈິງຈັງ
+ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງພູວົງທຳລາຍສິນຄ້າເຊື່ອມຄຸນນະພາບເປັນຈຳນວນຫລາຍ