ອິນເດຍຈະຕັ້ງກອງທຶນສະໜັບສະໜູນ ການໃຊ້ພະລັງງານແສງຕາເວັນ


ອິນເດຍຈະຕັ້ງກອງທຶນ 350 ລ້ານໂດລາສະຫະລັດ ສະໜັບສະໜູນໂຄງການພະລັງງານແສງຕາເວັນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການຜະລິດໄຟຟ້າຈາກພະລັງງານໝູນວຽນໄດ້ໄວຂຶ້ນ.
ອິນເດຍເຊິ່ງມີແສງແດດຫລາຍກວ່າເອີຣົບເຖິງ 2 ເທົ່າ ມຸ່ງເນັ້ນໃສ່ພະລັງງານແສງຕາເວັນເປັນຫລັກໃນໂຄງການເພີ່ມການຜະລິດໄຟຟ້າຈາກພະລັງງານໝູນວຽນໃຫ້ໄດ້ 40% ຂອງໄຟຟ້າທີ່ຜະລິດໄດ້ພາຍໃນປີ 2030 ທຽບໃສ່ທີ່ຜະລິດໄດ້ 18,2% ໃນປີຜ່ານມາ. ທ່ານ ອາຣ ເຄ ຊິງ ລັດຖະມົນຕີພະລັງງານອິນເດຍ ກ່າວໃນງານຂອງພັນທະມິດແສງຕາເວັນສາກົນ ທີ່ນະຄອນຫລວງອາບູດາບີ ຂອງສະຫະນະຄອນ ອາເມຣັດ ອາຣັບວ່າ: ຈາກການຕັ້ງກອງທຶນດັ່ງກ່າວລັດຖະບານອິນເດຍໝັ້ນໃຈວ່າຈະບັນລຸເປົ້າໝາຍການຜະລິດໄຟຟ້າຈາກພະລັງງານໝູນວຽນໄດ້ 175 ກິກາວັດກ່ອນປີ 2020 ໄວກວ່າທີ່ຕັ້ງເປົ້າໝາຍໄວ້ໃນປີ 2022.
ປັດຈຸບັນອິນເດຍຜະລິດໄຟຟ້າຈາກພະລັງງານໝູນວຽນໄດ້ 60 ກິກາວັດ ຕັ້ງໃຈຈະໃຫ້ຂະບວນການປະມູນສຳເລັດພາຍໃນປີງົບປະມານ 2019-2020 ເພື່ອໃຫ້ສາມາດຜະລິດໄຟຟ້າຈາກພະລັງງານໝູນວຽນໄດ້ 115 ກິກາວັດພາຍໃນປີ 2022. ເຖິງຢ່າງໃດກໍດີ, ສຳນັກຂ່າວຣອຍເຕີລະບຸວ່າ: ອິນເດຍຕ້ອງການງົບປະມານຢ່າງໜ້ອຍ 125.000 ລ້ານໂດລາສະຫະລັດ ເພື່ອໃຫ້ສາມາດເພີ່ມອັດຕາສ່ວນການຜະລິດໄຟຟ້າຈາກພະລັງງານໝູນວຽນໄດ້ຕາມເປົ້າໝາຍທີ່ວາງໄວ້, ແຕ່ເງິນສະໜັບສະໜູນສ່ວນຫລາຍມາຈາກພາຍໃນປະເທດເທົ່ານັ້ນ ຈຳເປັນຕ້ອງອາໄສເງິນທຶນຈາກຕ່າງປະເທດໃຫ້ຫລາຍຂຶ້ນ.