ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມລາວ-ໄທ ຄັ້ງທີ 11


ໃນລະຫວ່າງວັນທີ 17-19 ມັງກອນນີ້ ທີ່ບາງກອກ, ຣາຊາອານາຈັກໄທ ໄດ້ຈັດກອງປະຊຸມ ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 11, ຊຶ່ງຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມາທິການຊາຍແດນ ຮ່ວມ ລາວ-ໄທ ແລະ ຄະນະຜູ້ແທນຝ່າຍໄທນຳໂດຍ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.
ກອງປະຊຸມ ໄດ້ທົບທວນຄືນຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 10 ນັບແຕ່ປີ 2015 ເປັນຕົ້ນທີ່ ແລະ ໄດ້ຕີລາຄາສູງຕໍ່ຜົນຂອງການສຳຫລວດແລະປັກຫລັກໝາຍຊາຍແດນຮ່ວມໃນໄລຍະ 2 ປີ ທີ່ຜ່ານມາວ່າ ໄດ້ມີບາດກ້າວ ແລະ ຄວາມຄືບຫນ້າລະດັບຫນຶ່ງ ເຖີງຢ່າງໃດກໍດີ ການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງນັ້ນບໍ່ສຳເລັດຕາມເປົ້າໝາຍທີ່ໄດ້ວາງໄວ້, ແຕ່ໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈຊຶ່ງກັນແລະກັນຫລາຍຂຶ້ນ ເພື່ອພ້ອມກັນຊອກຊ່ອງທາງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ; ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາບົດບັນທຶກກອງປະຊຸມຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ 4 ສະບັບ ແລະ ບົດບັນທຶກກອງປະຊຸມຄະນະອະນຸກຳມະການເຕັກນິກຮ່ວມ ລາວ-ໄທ 3 ສະບັບ ແລະ ໄດ້ຮັບຮອງ ແລະ ຮັບຊາບ ຜົນການສຳຫລວດ ແລະປັກຫລັກໝາຍຊາຍແດນທາງບົກຮ່ວມລະຫວ່າງ ລາວ-ໄທ ຂອງຄະນະອະນຸກຳມະການເຕັກນິກຮ່ວມ ລາວ-ໄທ ຕັ້ງແຕ່ວັນທີ 21 ທັນວາ 2014 ເຖິງວັນທີ 31 ກໍລະກົດ 2017 ເປັນຕົ້ນ : ການສຳຫລວດ ແລະ ກຳນົດສັນຍາລັກ ບໍລິເວນແກ້ງຜາໄດ; ການສ້ອມແປງຄືນຫລັກໝາຍເລກທີ 2-05 ທີ່ຖືກທຳລາຍ; ການເຮັດບົດຊີ້ແຈງເຫດຜົນການຂີດທິດເນັ່ງສັນປັນນ້ຳບໍລິເວນພູຜາຫມົ່ນ, ການຂີດເສັ້ນຊາຍແດນທີ່ສະເໜີ ບໍລິເວນຊ່ອງທາງບ້ານຮວກ-ກິ່ວຫົກ; ການສຳຫລວດເກັບລາຍລະອຽດ ແລະ ແຕ້ມແຜນຜັງສະໜາມບໍລິເວນຫລັກໝາຍຊາຍແດນ ເລກທີ 33-34; ການດຳເນີນການສຳຫລວດເພີ້ມເຕີມບໍລິເວນສາມບ້ານ ຂອງຄະນະອະນຸກຳມະການເຕັກນິກຮ່ວມລາວ-ໄທ; ຜົນການສຳຫລວດເກັບກຳຂໍ້ມູນຕົວຈິງຕາມລຳນ້ຳເຫືອງ; ຜົນການສ້າງແຜນທີ່ ມາດຕາສ່ວນ 1:5000 ບໍລິເວນຫ້ວຍໂດນ; ຜົນການດຳເນີນການສຳຫລວດເພີ້ມເຕີ້ມບໍລິເວນທົ່ງໜອງບົວ ຂອງຄະນະອະນຸກຳມະການເຕັກນິກ ແລະ ຮັບຮອງເອົາການກວດກາ ແລະປັບປຸງຄ່າພິກັດ ຂອງຈຸດຕາໜ່າງຄອບງຳພື້ນຖານດາວທຽມ (GPS).
ສຳລັບຊາຍແດນລາວ-ໄທທາງນ້ຳ: ກອງປະຊຸມໄດ້ຮັບຊາບ: ຜົນການສ້າງແຜນທີ່ແມ່ນ້ຳຂອງສະບັບໃໝ່ ມາດຕາສ່ວນ 1:25000 ຈຳນວນ 115 ເລກໝາຍ; ຜົນການດຳເນີນການຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ແມ່ນ້ຳຂອງສະບັບໃໝ່ ມາດຕາສ່ວນ 1:25000; ຜົນການດຳເນີນການສຳຫລວດວັດແທກດ້ວຍເຄື່ອງຮັບ ສັນຍານດາວທຽມ GPS ຕາມຝັ່ງແມ່ນ້ຳຂອງເບື້ອງຝັ່ງໄທ ທັງໝົດຈຳນວນ 167 ຈຸດ.
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນພິຈາລະນາ ແກ້ໄຂບັນຫາຫລັກໝາຍຊາຍແດນທີ່ຄົງຄ້າງໃຫ້ຫລຸດໜ້ອຍລົງ ໂດຍໄດ້ວາງແຜນການປະຕິບັດງານໃນສົກປີ 2018-19 ຊຶ່ງມອບໝາຍໃຫ້ຄະນະເຈົ້າໜ້າທີ່ອາວຸໂສສືບຕໍ່ລົງກວດກາພື້ນທີ່ຕົວຈິງໃນ 3 ບໍລິເວນ ຄື: ບໍລິເວນພູຜາໝົ່ນ, ບໍລິເວນສາມບ້ານ ແລະ ບໍລິເວນຕົ້ນກຳເນີດນ້ຳເຫືອງ. ພ້ອມກັນນັ້ນ, ກໍມອບໝາຍໃຫ້ຄະນະປະຕິບັດງານຮ່ວມທາງດ້ານກົດໝາຍ ສືບຕໍ່ປຶກສາຫາລືເພື່ອຊອກຊ່ອງທາງແກ້ໄຂຈຸດຄົງຄ້າງ ທັງນີ້ເພື່ອແນໃສ່ໃຫ້ການສຳຫລວດແລະປັກຫລັກໝາຍຊາຍແດນ ລາວ-ໄທທາງບົກ ໃຫ້ສຳເລັດໃນປີ 2020 ແລະ ທາງນ້ຳ ໃຫ້ສຳເລັດໃນປີ 2021.
ໂດຍລວມແລ້ວ, ການສຳຫລວດ ແລະ ປັກຫລັກໝາຍຊາຍແດນລາວ-ໄທ ທາງບົກ ໄດ້ເລີ່ມມາແຕ່ວັນທີ 5 ພຶດສະພາ 1997 ເປັນຕົ້ນມາຈົນເຖິງປັດຈຸບັນ, ຊຶ່ງທັງສອງຝ່າຍສາມາດສຳຫລວດ ແລະ ປັກຫລັກໝາຍຮ່ວມກັນສຳເລັດແລ້ວ ຈຳນວນ 210 ຫລັກໝາຍ ລວມລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ, ເທົ່າກັບ 93% ຂອງຄວາມຍາວເສັ້ນຊາຍແດນທາງບົກທັງໝົດປະມານ 735 ກິໂລແມັດ ຫລື ເທົ່າກັບ 37% ຂອງເສັ້ນຊາຍແດນທັງທາງບົກ ແລະ ທາງນ້ຳ ທີ່ມີຄວາມຍາວປະມານ 1,835 ກິໂລແມັດ.
ກອງປະຊຸມໄດ້ດຳເນີນໄປໃນທ່າມກາງບັນຍາກາດໄມຕີຈິດມິດຕະພາບ ໂດຍທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງກົງໄປກົງມາດ້ວຍຄວາມຈິງໃຈແລະສ້າງສັນ, ຖານບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງ ເຫັນວ່າເປັນບາດກ້າວໜຶ່ງທີ່ຊຸກຍູ້ເລັ່ງລັດການສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນ ໃຫ້ມີຄວາມ ຄືບໜ້າ ເພື່ອແກ້ໄຂຈຸດຫລັກໝາຍຊາຍແດນຄົງຄ້າງໃຫ້ສຳເລັດຕາມລະດັບຄາດໝາຍ.