ເມືອງຫົງສາສະຫລຸບວຽກງານຄວບຄຸມໄພພິບັດ


ເມື່ອບໍ່ດົນມານີ້, ເມືອງຫົງ ສາ ແຂວງໄຊຍະບູລີ ໄດ້ຈັດ ກອງປະຊຸມປະຈໍາປີ 2017 ຂອງຄະນະກໍາມະການປ້ອງ ກັນ ແລະ ຄວບຄຸມໄພພິບັດຂັ້ນ ເມືອງໂດຍການເປັນປະທານ ຂອງ ທ່ານນາງດາວວິນລາດ ຊະກິດ ຮອງເຈົ້າເມືອງຫົງສາ, ປະທານ ຄະນະກໍາມະການ ແລະ ຄວບຄຸມໄພພິບັດຂັ້ນ ເມືອງ, ມີຕາງໜ້າຈາກອົງ ການຊ່ວຍເຫລືອເດັກສາ ກົນປະຈໍາ ແຂວງ ໄຊຍະບູລີ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.


+ ເສດຖະກິດເມືອງຫົງສາຂະຫຍາຍຕົວ 12,3% ຕໍ່ປີ
+ບ້ານນາແກ່ນຄຳພາຍຫລັງຍົກຍ້າຍຈາກໂຄງການໄຟຟ້າຫົງສາ
ໂອກາດນີ້, ທ່ານ ຫົວໜ້າ ຫ້ອງການແຮງານ ແລະ ສະ ຫວັດດີການ-ສັງຄົມເມືອງ,ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິ ບັດວຽກງານຕ່າງໆເປັນຕົ້ນ ວຽກງານເກັບກໍາຂໍ້ມູນ, ວຽກ ງານກອງທຶນແຮສຸກເສີນໄພ ພິບັດ ແລະ ການຊ່ວຍເຫລືອ ບັນເທົາທຸກຈາກໄພພິບັດ, ວຽກ ງານປະສານງານ ແລະ ການ ຮ່ວມມື, ເຊິ່ງໃນປີຜ່ານມາຢູ່ ເມືອງຫົງສາມີເຫດການໄພ ພິບັດເກີດຂຶ້ນທັງໝົດ 6 ຄັ້ງ, ໃນນັ້ນລວມມີ ເກີດອັກຄີໄພ (ໄຟໄໝ້ເຮືອນ), ນໍ້າຖ້ວມ ໜອງປາ, ນໍ້າໄຫລຊຸເຂົ້າເຮືອນ ປະຊາຊົນ ແລະ ນໍ້າຖ້ວມທົ່ງ ນາ. ລວມມູນຄ່າເສຍຫາຍ ຫລາຍກວ່າ 82 ຕື້ກີບ ແລະ ມາຮອດປັດຈຸບັນມີເງິນກອງ ທຶນແຮສຸກເສີນທີ່ຍັງເຫລືອ ຕົວຈິງ 39 ລ້ານກວ່າກີບ ແລະ ໃນຕໍ່ໜ້າແມ່ນຈະສຸມ ໃສ່ສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ ແກ່ຄະນະກໍາມະການປ້ອງ ກັນ ແລະ ຄວບຄຸມໄພພິບັດ ຂັ້ນເມືອງ, ຂັ້ນບ້ານ, ເພື່ອ ກຽມຄວາມພ້ອມຕອບໂຕ້ ສຸກເສີນຕໍ່ໄພພິບັດຕ່າງໆ ທີ່ອາດເກີດຂຶ້ນເພີ່ມທະວີ ການຮ່ວມມືກັບອົງການຈັດ ຕັ້ງສາກົນເພື່ອຍາດແຍ່ງ ການຊ່ວຍເຫລືອດ້ານຕ່າງໆ ເພື່ອພັດທະນາການຄຸມ ຄອງວຽກງານໄພພິບັດຢູ່ ພາຍ ໃນເມືອງໃຫ້ມີປະສິດທິ ຜົນ ແລະ ສືບຕໍ່ປຸກລະດົມທຶນ ຈາກພາກສ່ວນຕ່າງໆ ປະ ກອບສ່ວນເຂົ້າໃນວຽກງານ ດັ່ງກ່າວໃຫ້ມີຄວາມເຂັ້ມ ແຂງຫລາຍຂຶ້ນ.

