ໂຄຄາ-ໂຄລາ ກຽມຈັດແຂ່ງຂັນ ບານເຕະນັກຮຽນລາວ 2018
ບໍລິສັດລາວ ໂຄຄາ-ໂຄລາ ບ໋ອດຕຼິງ ຈໍາກັດ ຮ່ວມກັບ ພະແນກສຶກສາທິການ ແລະ ກິລານະຄອນຫຼວງ ແລະ ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດແຂ່ງຂັນບານເຕະນັກຮຽນສາມັນ ໂຄປາ ໂຄຄາ-ໂຄລາ ລາວ 2018 ຮຸ່ນອາຍຸບໍ່ເກີນ 16 ປີ ໃນວັນທີ 28 ມັງກອນ ຫາ 24 ກຸມພາ 2018.
ໃນວັນທີ 22 ມັງກອນນີ້ ທີ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ມີພິທີຖະແຫຼງຂ່າວຈັດການແຂ່ງຂັນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ດີເອໂກ້ ລີມມາ (DIEGO LIMA) ຜູ້ຈັດການທົ່ວໄປ ບໍລິສັດລາວ ໂຄຄາ-ໂຄລາ ບ໋ອດຕຼິງ ຈໍາກັດ, ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງພາລະ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລານະຄອນຫຼວງ ພ້ອມບັນດາຄູຝຶກ, ກຳມະການ ແລະ ນັກກິລາຈາກ 9 ຕົວເມືອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຫົງແກ້ວ ທຳມະວົງ ກ່າວລາຍງານວ່າ: ການແຂ່ງຂັນບານເຕະນັກຮຽນສາມັນ ໂຄປາ ໂຄຄາ-ໂຄລາ ໄດ້ຈັດຂຶ້ນຄັ້ງທໍາອິດໃນປີ 1998 ທີ່ປະເທດແມັກຊິກ ແລະ ຈັດຢ່າງຕໍ່ເນື່ອງເປັນປະຈຳທຸກປີ ນັບມາຮອດປັດຈຸບັນຈັດມາແລ້ວຫຼາຍກວ່າ 60 ປະເທດທົ່ວໂລກ, ສ່ວນ ສປປ ລາວ ຖືວ່າເປັນປີທີ 2 ຕໍ່ຈາກປີ 2016 ທີ່ທາງ ໂຄຄາ-ໂຄລາ ໄດ້ຈັດການແຂ່ງຂັນບານເຕະນັກຮຽນສາມັນ ໂຄປາ ໂຄຄາ-ໂຄລາ ເຊິ່ງໃນປີ 2018 ມີທີມຈາກໂຮງຮຽນເຂົ້າຮ່ວມທັງໝົດ 113 ທີມ, ໃນນັ້ນທີມຍິງ 42 ທີມ ຈາກ 9 ຕົວເມືອງທົ່ວນະຄອນຫຼວງ.
ສໍາລັບການແຂ່ງຂັນລາຍການນີ້ມີ 113 ທີມເຂົ້າຮ່ວມ ມາຈາກ 9 ເມືອງໃນນະຄອນຫຼວງວຽງຈັນ ໄດ້ແກ່: ເມືອງຈັນທະບູລີ (ຊາຍ 14 ທີມ, ຍິງ 6 ທີມ), ເມືອງໄຊເສດຖາ (ຊາຍ 7 ທີມ, ຍິງ 4 ທີມ), ເມືອງສີສັດຕະນາກ (ຊາຍ 2 ທີມ, ຍິງ 2 ທີມ), ເມືອງໄຊທານີ (ຊາຍ 7 ທີມ, ຍິງ 1 ທີມ), ເມືອງປາກງື່ມ (ຊາຍ 11 ທີມ, ຍິງ 11 ທີມ), ເມືອງຫາດຊາຍຟອງ (ຊາຍ 3 ທີມ, ຍິງ 2 ທີມ), ເມືອງສີໂຄດຕະບອງ (ຊາຍ 11 ທີມ, ຍິງ 1 ທີມ), ເມືອງນາຊາຍທອງ (ຊາຍ 11 ທີມ, ຍິງ 10 ທີມ) ແລະ ເມືອງສັງທອງ (ຊາຍ 5 ທີມ ແລະ ຍິງ 5 ທີມ) ເຊິ່ງຈະເປີດສາກການແຂ່ງຂັນຢ່າງເປັນທາງການໃນວັນທີ 28 ມັງກອນ – 24 ກຸມພານີ້.