ເງິນເດືອນຫລາຍແຕ່ກໍຍັງທຸກ ຍ້ອນມີ 7 ນິໄສເຫລົ່ານີ້
January 24, 2018 - 11:37 AM
- ເມື່ອໄດ້ເງິນເດືອນຕື່ມ ກໍຫາພາລະມາໃສ່ໂຕ : ເມື່ອເງິນເດືອນຂຶ້ນກໍຫາຫ້ອງເຊົ່າໃໝ່, ດີກ່ວາເກົ່າ, ແພງຂຶ້ນຕື່ມ ເມື່ອທ້າຍ ປີໂບນັດອອກບວກກັບເງິນເດືອນປັບຂຶ້ນ ກໍເອົາໄປຜ່ອນລົດຄັນທີ່ແພງຂຶ້ນ. ຄົນເຮົາສ່ວນຫລາຍຈະຄິດວ່າເມື່ອມີເງິນກ້ອນຈາກໂບ ນັດ ຫລື ເມື່ອມີເງິນເດືອນເພີ່ມຂຶ້ນກໍຮູ້ສຶກວ່າຢາກຈະມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ ກໍໃຊ້ຈ່າຍຫລາຍຂຶ້ນ ເຂົ້າຮ້ານອາຫານແພງໆ, ຊື້ເຄື່ອງຂອງລາຄາແພງໆ, ມີຍີ່ຫໍ້ດັງ. ດັ່ງນັ້ນ, ບໍ່ວ່າຈະມີເງິນເທົ່າໃດກໍໝົດ.
- ຢູ່ກັບປະຈຸບັນ, ແຕ່ບໍ່ເບິ່ງອະນາຄົດ : ຫລາຍຄົນເວລາພົບບັນຫາຍາກໆກໍບໍ່ຢາກຈະແກ້ໄຂ ປ່ອຍໄດ້ປ່ອຍໄປ, ຖູໄຖໄປແຕ່ລະມື້ ແລະ ນີ້ກໍແມ່ນສູດແຫ່ງຄວາມຫາຍະນະ ເພາະນິໄສນີ້ຈະຕິດໄປສູ່ເລື່ອງຂອງການເງິນໄປນຳ ບາງເທື່ອຢາກໄດ້ຫຍັງກໍຊື້ ໝູນໃຊ້ເງິນໄປກ່ອນ ຕອບສະໜອງຄວາມຕ້ອງການໃນປະຈຸບັນ, ແຕ່ບໍ່ໄດ້ເບິ່ງພາບໃຫຍ່ ຫລື ພາບລວມ, ເບິ່ງບໍ່ອອກວ່າຕອນນີ້ສະຖານະການເງິນຂອງເຮົາເປັນແນວໃດ, ເຮົາມີຊັບສິນເທົ່າໃດ, ໜີ້ສິນເທົ່າໃດ, ເງິນສົດເທົ່າໃດ (ຖ້າແມ່ນບໍລິສັດກໍແມ່ນງົບປະມານ) ບໍ່ຮູ້ວ່າທຸກມື້ນີ້ລາຍຮັບໄດ້ໜ້ອຍກ່ວາລາຍຈ່າຍຫລືບໍ່, ຈົກເງິນທ້ອນອອກມາໃຊ້ທຸກເດືອນ ແລ້ວເຮັດເປັນບໍ່ຮູ້ ເຊິ່ງມີຂໍ້ແນະນຳວ່າ : ບໍ່ວ່າທ່ານອາຍຸເທົ່າໃດ ເຖິງວ່າຈະຫາກໍຮຽນຈົບກໍຕາມ ຕ້ອງເບິ່ງເຫັນພາບແລ້ວວ່າຕອນກະສຽນ, ຕອນທີ່ບໍ່ມີລາຍຮັບ, ບໍ່ໄດ້ເຮັດວຽກ ເຮົາຕ້ອງມີລາຍຮັບເທົ່າໃດ (ລາຍຮັບຈາກການລົງທຶນ ຫລື ລາຍຮັບຈາກການທີ່ບໍ່ຕ້ອງເຮັດວຽກອີກແລ້ວ) ແລ້ວລາຍຮັບຈະມາຈາກໃສ, ຖ້າເປັນລາຍຮັບຈາກຜົນຕອບແທນຂອງການລົງທຶນກໍຕ້ອງຮູ້ວ່າເປັນການລຶງທຶນປະເພດໃດ, ອັດຕາຜົນຕອບແທນເທົ່າໃດ, ຕ້ອງມີເງິນຕົ້ນທຶນເທົ່າໃດແລ້ວ ຈາກມື້ນີ້ໄປເຖິງມື້ນັ້ນຈະສະສົມເງິນທຶນເພື່ອສ້າງການລຶງທຶນຂະໜາດນັ້ນໄດ້ແນວໃດ.
- ຄິດວ່າມື້ນີ້ຍັງບໍ່ຕ້ອງຟ້າວທ້ອນເງິນ : ຄິດວ່າຍັງບໍ່ສວາຍຈັກໜ້ອຍຈຶ່ງຄ່ອຍທ້ອນເງິນກໍໄດ້ ເຮົາອາຍຸຍັງນ້ອຍ ມ່ວນໆໄປກ່ອນອີກຈັກໄລຍະຈຶ່ງຄ່ອຍເລີ່ມເບິ່ງເລື່ອງການທ້ອນເງິນ ຫລື ການລົງທຶນ ເຊິ່ງຄວາມຄິດແບບນີ້ບໍ່ຖືກຕ້ອງ ແລະ ສິ່ງທີ່ຫລາຍຄົນບໍ່ຮູ້ກໍຄື : ການເລີ່ມທ້ອນເງິນໄວກ່ວາຄົນອື່ນພຽງແຕ່ 5 ປີ ຕອນປາຍທາງທ່ານຈະມີເງິນທ້ອນຕ່າງກັນກັບຄົນອື່ນຫລາຍ ເພາະດ້ວຍພະລັງຂອງດອກເບ້ຍທົບຕົ້ນທຶນ ເຖິງຈະບໍ່ໄດ້ເປັນການທ້ອນເພື່ອການລົງທຶນ, ແຕ່ນິໄສການທ້ອນກໍເປັນສິ່ງທີ່ດີທີ່ຖືກຕ້ອງ ຄື ຖ້າເຮົາຢາກໄດ້ຫຍັງ ເຮົາຄວນວາງແຜນຕັ້ງເປົ້າທ້ອນເງິນໄວ້ໃຫ້ໄດ້ເທົ່ານັ້ນ ກ່ອນຄ່ອຍເອົາໄປຊື້ແບບນີ້ຈະບໍ່ມີພາລະ, ແຕ່ເຖິງຈະຊື້ແບບຈ່າຍຜ່ອນ ກໍສາມາດເຮັດໃຫ້ໜີ້ນີ້ເປັນການຈ່າຍຜ່ອນທີ່ສະຫລາດໄດ້ ເຊັ່ນ : ທ້ອນເງິນກ້ອນໄປລົງທຶນແລ້ວເອົາດອກເບ້ຍໄປຈ່າຍຜ່ອນສິນຄ້າ ເທົ່າກັບໄດ້ສິນຄ້າຟຣີ ແລະ ເງິນຕົ້ນກໍຍັງຢູ່.
- ບໍ່ເຄີຍຈົດບັນທຶກເລື່ອງການໃຊ້ເງິນ : ຄົນສ່ວນຫລາຍມັກຈະຄິດວ່າເຮົາຮູ້ແລ້ວ ກໍມີລາຍຮັບຢູ່ແຫ່ລງດຽວ(ເງິນເດືອນ) ແລ້ວແຕ່ລະເດືອນກໍມີຄ່າໃຊ້ຈ່າຍຫຍັງແດ່ ເລື່ອງໃຫຍ່ໆກໍມີບໍ່ເທົ່າໃດເລື່ອງ, ຜ່ອນລົດ, ຜ່ອນເຮືອນ, ຄ່ານຳ້, ຄ່າໄຟ, ຄ່າອາຫານ ຫລັກໆກໍມີເທົ່ານີ້ ບໍ່ເຫັນຕ້ອງຈົດບັນທຶກ ຫລື ຈະຈື່ໄປເຮັດຫຍັງ ເຊິ່ງນີ້ເປັນຄວາມຄິດທີ່ບໍ່ຖືກຕ້ອງ ເພາະບາງເທື່ອເລື່ອງນ້ອຍໆຫລາຍເລື່ອງລວມກັນເຮັດໃຫ້ມີຄ່າໃຊ້ຈ່າຍທີ່ຄວນຈະປະຢັດໄດ້, ແຕ່ກໍບໍ່ໄດ້ເຮັດ (ເພາະມັນນ້ອຍຈົນບໍ່ຮູ້ໂຕ) ແລ້ວສຸດທ້າຍຈະພົບວ່າ : ເງິນໄປໃສໝົດ, ແຕ່ກໍຕອບບໍ່ໄດ້ ແລ້ວຈະປະຢັດບ່ອນໃດດີ ກໍຕອບບໍ່ໄດ້ຄືກັນ.
- ແຍກບໍ່ອອກວ່າອັນໃດຈຳເປັນ, ອັນໃດພຽງແຕ່ຢາກ ທັງຍັງບໍ່ມີເປົ້າໝາຍທາງການເງິນ : ບາງເທື່ອມັນກໍສັບສົນປົນກັນ ບາງເລື່ອງເປັນພຽງແຕ່ຄວາມຢາກ, ແຕ່ຄິດວ່າມັນເປັນເລື່ອງຈຳເປັນ, ໄລຍະນີ້ລົດເພຕະຫລອດ ຈຳເປັນຕ້ອງປ່ຽນແລ້ວ, ມີໂທລະສັບມືຖືຮຸ່ນໃໝ່ອອກມາ ຈຳເປັນຕ້ອງປ່ຽນແລ້ວ ເພາະຮູບແບບການໃຊ້ສະດວກກ່ວາ (ເຊິ່ງຄິດໄປເອງ) ແລ້ວເປົ້າໝາຍທາງການເງິນກ່ຽວຫຍັງກັບຂໍ້ນີ້ ກໍຍ້ອນບາງເທື່ອຄົນສ່ວນຫລາຍບໍ່ມີເປົ້າໝາຍທາງການເງິນ ກໍເຮັດໃຫ້ບໍ່ມີຫຍັງຖ່ວງດຶງຄວາມຄິດເລີຍວ່າ : ອັນນີ້ເອົາໄວ້ກ່ອນດີກ່ວາ ເຮົາຕ້ອງກັນເງິນອີກສ່ວນໜຶ່ງໄວ້ລົງທຶນ, ອັນນີ້ຍັງບໍ່ຈຳເປັນ ຍອມລົງທຶນສ້ອມແປງຄັ້ງໃຫຍ່ເທື່ອດຽວແລ້ວໃຊ້ໄປດົນໆດີກ່ວາ. ເຄັັດລັບຂໍ້ນີ້ກໍຄືຖ້າທ່ານມີເປົ້າໝາຍທາງການເງິນທີ່ຈະແຈ້ງ ທ່ານຈະສາມາດອົດສົ້ມໄວ້ກິນຫວານໄດ້, ທ່ານຈະຫ້າມໃຈໂຕເອງໄດ້, ຫລີກເວັ້ນ ແລະ ລອດພົ້ນຈາກຄວາມຕ້ອງການ ຫລື ຄວາມພຶງພໍໃຈໄລຍະສັ້ນໄປໄດ້, ທ່ານຈະຍອມເສຍສະຫລະບາງຢ່າງ ຍ້ອນເບິ່ງເປັນເປົ້າທີ່ຢູ່ໄກໆ. ເຄັດລັບຂອງການວາງແຜນການເງິນ ແລະ ວາງເປົ້າໝາຍໃນຊີວິດກໍຄື ຂຽນມັນລົງໃສ່ເຈ້ຍ, ຕິດໄວ້ໜ້າແວ່ນແຕ່ງໂຕ ຫລື ໜ້າຕູ້ເຄື່ອງນຸ່ງໃຫ້ທ່ານເຫັນທຸກມື້ ຍຳ້ເຕືອນຈິດໃຕ້ສຳນຶກໃຫ້ຮ່າງ ກາຍ ແລະ ສະໝອງຂອງທ່ານຕອບສະໜອງຕໍ່ສະເພາະສິ່ງທີ່ຈະນຳພາໄປສູ່ເປົ້າໝາຍນີ້ເທົ່ານັ້ນ.
- ມີໜີ້ບໍ່ຟ້າວໃຊ້ : ຖືວ່າຍັງຈ່າຍໄຫວ ຫລື ຜ່ອນໄປຕາມໄລຍະເວລາທີ່ຕັ້ງໄວ້, ທ່ານເຄີຍລອງສັງເກດໃບຮັບເງິນຄ່າຜ່ອນລົດ ຫລືບໍ່ວ່າດອກເບ້ຍມັນແພງກ່ວາເງິນຕົ້ນ (ໂດຍສະເພາະໃນໄລຍະຕົ້ນໆຂອງການຜ່ອນ )ແລະ ເກືອບຈະ 100% ຕາບໃດທີ່ຍັງມີເງິນເດືອນຢູ່ກໍຈະຜ່ອນໄປເລື້ອຍໆ ເວລາມີເງິນກ້ອນມາ ເຊັ່ນ : ໂບນັດແທນທີ່ຈະເອົາໄປໂປະ, ເອົາໄປປິດ ກໍເອົາໄປຊື້ສິ່ງຂອງຟູມເຟືອຍແທນ ປ່ອຍໃຫດອກເບ້ຍມັນກັດກິນຢູ່ນັ້ນ ບໍ່ສົນໃຈ. ຮູ້ແບບນີ້ແລ້ວໃຫ້ເອົາໄປຈ່າຍໜີ້ທີ່ດອກເບ້ຍສູງສຸດກ່ອນສະເໝີ ແລະ ພະຍາຍາມປິດໜີ້ໃຫ້ໄວທີ່ສຸດ.
- ອັບເດດອຸປະກອນອ້ອມໂຕຕະຫລອດເວລາ : ບາງຄົນແລ່ນນຳກະແສນິຍົມ, ເຄື່ອງນຸ່ງ, ກະເປົ໋າ, ເກີບ, ອຸປະກອນເອເລັກໂຕຣນິກຮຸ່ນໃໝ່ອອກມາຍາມໃດກໍຕ້ອງນຳກະແສ ເຊິ່ງນີ້ບໍ່ແມ່ນຄວາມຄິດທີ່ຖືກຕ້ອງ ທ່ານຕ້ອງໃຫ້ຄວາມມັກຂອງທ່ານມັນສ້າງເງິນໄດ້ແດ່ ບໍ່ແມ່ນໃຫ້ຄວາມມັກເຮັດໃຫ້ເສຍເງິນຢ່າງດຽວ ຖ້າເຮົາບໍ່ລະມັດລະວັງເລື່ອງນີ້ກໍຈະທຸກຢູ່ຄືເກົ່າໄດ້.