ເດັກນ້ອຍເກີດໃໝ່ມີບັນຫາການນອນ ຜູ້ຊ່ຽວຊານເຜີຍ ໃຊ້ຜ້າພັນຕົວເດັກ
January 25, 2018 - 3:57 PM
ການໃຊ້ຜ້າພັນຕົວເດັກ ເປັນວິທີການທີ່ດີຫຼາຍ ສໍາລັບເດັກເກີດໃໝ່ ເພາະໃນຊ່ວງທໍາອິດເດັກຍັງປັບຕົວກັບໂລກພາຍນອກບໍ່ໄດ້ ຈຶ່ງຕ້ອງພັນຕົວໄວ້ໃຫ້ຄືກັບວ່າເດັກຢູ່ໃນມົດລູກ ເພື່ອໃຫ້ເດັກນອນລັບງ່າຍ.
ຜູ້ຊ່ຽວຊານກ່ຽວກັບເດັກ ກ່າວວ່າ: ເດັກນ້ອຍທີ່ໃຊ້ຜ້າພັນຕົວນອນ ຈະເຮັດໃຫ້ນອນໄດ້ດີຂຶ້ນ ແລະ ຫຼຸດອາການຕື່ນຕົກໃຈ ຫຼື ສະດຸ້ງເວລານອນ ເພາະໃນເດືອນທໍາອິດ ເດັກຍັງປັບຕົວກັບສະພາບແວດລ້ອມບໍ່ໄດ້. ການໃຊ້ຜ້າພັນຕົວເດັກໃຫ້ຖືກຕ້ອງ ແລະ ປອດໄພ ຜູ້ຊ່ຽວຊານແນະນໍາດັ່ງນີ້.
- ເມື່ອໃຊ້ຜ້າພັນຕົວເດັກແລ້ວຕ້ອງໃຫ້ລູກນອນຫງາຍເທົ່ານັ້ນ ຫ້າມຈັບນອນແຄງ: ເພາະທ່ານີ້ເປັນທ່າທີ່ປອດໄພທີ່ສຸດໃນການນອນສໍາລັບເດັກທີ່ຖືກພັນຕົວ.
- ບໍ່ພັນຕົວລູກແໜ້ນເກີນໄປ: ໃຫ້ເດັກເໜັງຕີງເຄື່ອນຍ້າຍກົ້ນ ແລະ ຂາໄດ້ເລັກນ້ອຍ ເພາະຖ້າພັນແໜ້ນເກີນໄປຂາລູກອາດຈະຢ່ໃນທ່າງໍ ຫຼື ຢຽດຊື່ດົນເກີນໄປ ເຮັດໃຫ້ເປັນອັນຕະລາຍໄດ້.
- ຄວນຢຸດພັນຕົວລູກກຫຼັງອາຍຸ 2 ເດືອນ: ຜູ້ຊ່ຽວຊານເລື່ອງເດັກກ່າວວ່າ ເດັກຄວນໄດ້ຮັບການພັນຕົວພຽງ 2 ເດືອນເທົ່ານັ້ນ ເພາະຮ່າງກາຍທີ່ໃຫຍ່ຂຶ້ນ ແລະ ສາມາດນອນລັບໄດ້ດີຈົນບໍ່ຕ້ອງໃຊ້ການຊ່ວຍດ້ວຍການພັນຕົວອີກ ໃຫ້ພໍ່ແມ່ສັງເກດລູກວ່າພ້ອມ ຫຼືບໍ່ວ່າລູກນອນລັບໄດ້ດີ ແລະ ຂະຫຍັບຕົວໄດ້ດີ ເມື່ອມີອາການເຫຼົ່ານີ້ກໍຄວນເຊົາພັນຕົວລູກໄດ້.