ຖືເອົາບຸນປີໃໝ່ລາວເປັນເທດສະການສົ່ງເສີມການທ່ອງທ່ຽວຂອງປະເທດ
ວັນທີ 11 ເມສານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ຈຳກັດ, ໄດ້ຮ່ວມກັນຖະແຫລງຕໍ່ສື່ມວນຊົນກ່ຽວກັບການຈັດງານບຸນປີໃໝ່ລາວເພື່ອສົ່ງເສີມການ ທ່ອງທ່ຽວວ່າ: ງານດັ່ງກ່າວ ແມ່ນຈະເລີ່ມແຕ່ວັນທີ 13-16 ເມສານີ້, ທີ່ຫາດຊາຍດອນຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ເພື່ອເປັນການໂຄສະນາການທ່ອງທ່ຽວພາຍໃນປະເທດໃຫ້ມີຄວາມຄຶກຄື້ນຂຶ້ນກວ່າເກົ່າ, ສປປ ລາວ ໄດ້ເລືອກເອົາປີ 2018 ເປັນປີທ່ອງທ່ຽວ ແລະ ງານດັ່ງ ກ່າວ ກໍຈະເປັນການເລີ່ມຕົ້ນ ເພື່ອປຸກລະດົມໃຫ້ຄົນລາວຕື່ນຕົວທ່ອງທ່ຽວລາວຫລາຍຂຶ້ນ, ພາຍໃຕ້ຫົວຂໍ້: ປະເທດລາວສວຍງາມຫລາຍ, ຊຶ່ງໄດ້ມາຈາກສະຖານທີ່ທ່ອງທ່ຽວຂອງລາວ, ປະຊາຊົນລາວ ແລະ ວັດທະນະທຳ, ຮີດຄອງປະເພນີຂອງລາວທີ່ມີຄວາມສວຍງາມເປັນພິເສດ ແລະ ໃນງານຄັ້ງນີ້ ກໍຈະໄດ້ນຳເອົາສິ່ງສວຍງາມທີ່ມີຢ່າງຫລວງຫລາຍມານຳສະເໜີ ແລະ ສະແດງໃຫ້ກັບຊາວຕ່າງຊາດທີ່ເຂົ້າມາທ່ອງທ່ຽວໃນໄລຍະບຸນປີໃໝ່ນີ້ ໄດ້ຮູ້ຈັກ ແລະ ຮັບຮູ້ເຖິງວິຖີຊີວິດຂອງປະຊາຊົນລາວທີ່ມີມາແຕ່ບູຮານນະການ, ພ້ອມທັງກິດຈະກຳຕ່າງໆເພື່ອເປັນການດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ແລະ ປະຊາຊົນລາວຫັນມາທ່ອງທ່ຽວໃນລາວນັບມື້ຫລາຍຂຶ້ນ, ໂດຍເລືອກເອົາເຕັ້ນບັດສະຫລົບລວມໝູ່, ການຮ້ອງເພັງຈາກສິລະປິນ, ຫລີ້ນກິລາປະເພນີ ແລະ ກິດຈະກຳຕ່າງໆເພື່ອສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບນັກທ່ອງທ່ຽວເຊັ່ນ: ການສ້າງອຸມົງນ້ຳຂອງທີ່ມະຫັດສະຈັນ ແບບບໍ່ເຫັນຢູ່ໃສມາກ່ອນ, ພ້ອມທັງມີກິດຈະກຳສາວນ້ອຍຕົກນ້ຳ ແລະ ອື່ນໆ, ພິເສດ ຈະມີນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານມາຮ່ວມຂັບຮ້ອງໃຫ້ຄວາມມ່ວນຊື່ນຕື່ມອີກ.
ທ່ານພູເມດ ມະນູພິບູນ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ ລາວ ອາເມຊິງ ມີຄຳເຫັນວ່າ: ໃນປີຜ່ານມາ, ມີຜູ້ເຂົ້າຮ່ວມຫລີ້ນກິດຈະກຳຢູ່ຫາດຊາຍຫລາຍເກືອບແສນຄົນ ແລະ ຄາດວ່າປີນີ້ ຈະສາມາດດືງດູດນັກທ່ອງທ່ຽວເຂົ້າຮ່ວມກິດຈະກຳຢູ່ຫາດຊາຍຫລາຍກວ່າປີຜ່ານມາເທົ່າຕົວຢ່າງແນ່ນອນ ຍ້ອນປີນີ້ມີຫລາຍກິດຈະກຳທີ່ຕື່ນຕາຕື່ນໃຈ.