ພະນັກງານຫ້ອງການກຸ່ມບ້ານເມືອງບົວລະພາຮຽນຮູ້ວິທີການຂຽນຂ່າວ


ກາງເດືອນມັງກອນນີ້, ພະ ນັກງານຈາກຫ້ອງການອ້ອມ ຂ້າງ ແລະ ກຸ່ມບ້ານພາຍໃນເທ ສະບານຂອງເມືອງບົວລະພາ ແຂວງຄໍາມ່ວນ ທີ່ມີສະຖານີ ວິທະຍຸຂອງເມືອງ ແລະ ໂທ ລະໂຄ່ງຂອງບ້ານ ໄດ້ຮັບການ ຝຶກອົບຮົມວິທີການຂຽນ ຂ່າວ ເຊິ່ງຈັດໂດຍ ພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ.
ຊຸຸດອົບຮົມຄັ້ງນີ້, ສໍາມະ ນາກອນ ໄດ້ຮຽນຮູ້ກ່ຽວກັບວິ ທີການຂຽນຂ່າວ, ການລາຍ ງານຂ່າວ, ການຫຍໍ້ຮູບພາບ, ຮຽນຮູ້ພາບຂ່າວ, ການສົ່ງຂໍ້ ມູນທາງອີເມວ, ຄວາມຮູ້ກ່ຽວ ກັບໂຄສົກ-ນັກຈັດລາຍການ ວິທະຍຸ, ບັນຫາສື່ສັງຄົມອອນ ລາຍ ແລະ ກົດໝາຍສື່ມວນຊົນ. ແນໃສ່ເຮັດໃຫ້ສໍາມະນາກອນ ມີຄວາມຮູ້ກ່ຽວກັບວຽກງານ ຂ່າວ, ໂຄສົກ-ນັກຈັດ ລາຍ ການສາມາດນໍາໄປໝູນໃຊ້ ເຂົ້າໃນໜ້າທີ່ວຽກງານ ຂອງ ຕົນໃຫ້ມີປະສິດທິພາບ, ສາ ມາດຕອບສະໜອງຂໍ້ມູນ ຂ່າວສານໃຫ້ແກ່ສັງຄົມໄດ້ ກວ້າງຂວາງ.
+ ປະຖົມນິເທດໃຫ້ນັກສຶກສາໃໝ່ໄດ້ຮຽນຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານ
+ ຍົກສູງການຮ່ວມມືວຽກງານຂ່າວສານ ລາວ-ຫວຽດນາມ