ອົງການກາແດງລາວມອບເຄື່ອງຊ່ວຍເຫລືອບ້ານຕໍເຮືອ

ໃນວັນທີ 24 ມັງກອນນີ້, ປະທານອົງການກາແດງລາວ ຄໍາຮຸ່ງ ເຮືອງວົງສີ ໄດ້ນຳ ເຄື່ອງ ຊ່ວຍເຫຼືອບັນເທົາທຸກໄປມອບ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ຈໍານວນ 50 ຄອບຄົວ ບ້ານ ຕໍ ເຮືອ ເມືອງ ໄຊບົວທອງ ແຂວງ ຄຳມ່ວນ, ຕ່າງໜ້າຮັບໂດຍທ່ານ ກ່ອງສີ ເຂັມມະລາ ຮອງເຈົ້າ ເມືອງດັ່ງກ່າວ ມີ: ຜ້າຫົ່ມ 50 ຜືນ ແລະ ເຄື່ອງນຸ່ງຫົ່ມ ຈໍານວນ 50 ເປົາ, ທີ່ໄດ້ຮັບການ ສະໜັບ ສະໜູນຈາກ ບໍລິສັດ ພູເບ້ຍ ມາຍນິງ, ກະຊວງສາທາລະນະ ສຸກ ແລະ ມວນຊົນອ້ອມຂ້າງ ນະຄອນຫຼວງວຽງຈັນ. ເພື່ອ ຊ່ວຍເຫລືອປະຊາຊົນຜູ້ທີ່ທຸກ ຍາກຂາດເຂີນ ຢູ່ໃນເຂດຫ່າງ ໄກສອກຫລີກ, ດັ່ງນັ້ນ, ອົງ ການກາແດງລາວ ຂໍຮຽກຮ້ອງ ມາຍັງສັງຄົມ ທີ່ຕ້ອງການ ຊ່ວຍ ເຫລືອທາງດ້ານມະນຸດສະ ທຳດ້ວຍກັນ ຈະເປັນເຂົ້າສານ ອາຫານແຫ້ງ, ອຸປະກອນການ ຮຽນ ຫລື ເຄື່ອງນຸ່ງຫົ່ມ ສາ ມາດຕິດຕໍ່ໄດ້ທີ່ ອົງການກາ ແດງລາວຖະໜົນເສດຖາທິ ລາດ ຄຸ້ມຊຽງຍືນນະຄອນ ຫຼວງວຽງຈັນ ໂທລະສັບ 021 253 014 ຫມາຍເລກບັນ ຊີ LAO RED CROSS, A/C 010110000 29119 2001.
+ ປະທານອົງການກາແດງລາວ ຕ້ອນຮັບການຢ້ຽມຢາມຂອງສະມາຄົມ ເພື່ອຄວາມສາມັກຄີຂອງຄົນອາຊີ
+ ທ່າແຕງມອບເຄື່ອງຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍຈາກອັກຄີໄພ