ຮອງນາຍົກແນະນຳໃຫ້ຜູ້ຮັບເໝົາຮີບຮ້ອນສ້າງເສັ້ນທາງ 3 ເສັ້ນຢູ່ໄຊສົມບູນໃຫ້ສຳເລັດໂດຍໄວ
ເມື່ອມໍ່ໆມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາໃຫ້ຮີບຮ້ອນຊຳລະເງິນໃຫ້ຜູ້ຮັບເໝົາໄດ້ດຳເນີນການກໍ່ສ້າງເສັ້ນທາງ 3 ແຫ່ງຢູ່ແຂວງໄຊສົມບູນທີ່ກໍ່ສ້າງມາ ແລະ ບໍ່ສຳເລັດຕາມແຜນການ, ພ້ອມແນະນຳໃຫ້ນັກວິຊາການເພີ່ມທະວີກວດກາຄຸນນະພາບການກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ຮັບປະກັນຕາມມາດຖານເຕັກນິກທີ່ມີໄວ້.
3 ເສັ້ນທາງດັ່ງກ່າວສ້າງເປັນທາງປູຢາງ 2 ຊັ້ນ ລວມມີມູນຄ່າຕາມສັນຍາທັງໝົດ 924 ຕື້ກວ່າກີບ ໄດ້ດຳເນີນການກໍ່ສ້າງມາແຕ່ເດືອນກຸມພາ 2014 ມີກຳນົດໄລຍະເວລາກໍ່ສ້າງ 2 ປີ ຄືເສັ້ນທາງເບີ 2 ເລີ່ມແຕ່ບ້ານພາສະງົກ ເມືອງອານຸວົງ ຫາບ້ານວຽງທອງ ເມືອງທ່າໂທມ ຍາວກວ່າ 50 ກິໂລແມັດ ໜ້າທາງກວ້າງ 7 ແມັດ ໂດຍແມ່ນບໍລິສັດທະວີໂຊກພັດທະນາກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາດ້ວຍມູນຄ່າຫລາຍກວ່າ 356 ຕື້ກີບ, ມາຮອດປັດຈຸບັນສຳເລັດພຽງ 42,96%, ເສັ້ນທາງເບີ 4 ແຕ່ບ້ານພູຫົວຊ້າງຫາບ້ານອ່າວໃຕ້ ເມືອງອານຸວົງ ຍາວ 30,5 ກິໂລແມັດ, ກວ້າງ 6 ແມັດ ໂດຍແມ່ນບໍລິສັດຫລັກໄຊກໍ່ສ້າງຂົວທາງຈຳກັດ ເປັນຜູ້ຮັບເໝົາ ໃນມູນຄ່າຫລາຍກວ່າ 263 ຕື້ກີບ, ມາຮອດປັດຈຸບັນສຳເລັດການກໍ່ສ້າງແລ້ວປະມານ 87%, ສ່ວນເສັ້ນທາງເບີ 5 ເລີ່ມແຕ່ຂົວນ້ຳຍອນຫາບ້ານ ແລະ ເມືອງລ້ອງແຈ້ງ ຍາວປະມານ 40 ກິໂລແມັດ ໜ້າທາງກວ້າງ 6 ແມັດ ໂດຍແມ່ນບໍລິສັດປັນຍາທິລາດກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 304 ກວ່າຕື້ກີບ, ມາຮອດປັດຈຸບັນສຳເລັດແລ້ວເກືອບ 48%.