ສປ ຈີນ ໃຫ້ການຊ່ວຍເຫລືອດ້ານເຕັກນິກໂທລະພາບແຫ່ງຊາດລາວຊ່ອງ 3
ພິທີເຊັນສັນຍາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າໃນການຍົກລະດັບທາງດ້ານເຕັກນິກໂທລະພາບແຫ່ງຊາດລາວຊ່ອງ 3 ຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນນີ້, ຢູ່ສະຖານີໂທລະພາບດັ່ງກ່າວ, ລະຫວ່າງທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໂທລະພາບແຫ່ງຊາດລາວ ແລະ ທ່ານ ຫວ່າງຊີ ຮຸຍ ທີ່ປຶກສາດ້ານທຸລະກິດ ແລະ ການຄ້າຂອງສະຖານທູດຈີນປະຈໍາລາວ.
ໂອກາດນີ້, ທ່ານ ບຸນເຈົ້າ ພິຈິດ ມີຄໍາເຫັນວ່າ: ໂຄງການດັ່ງກ່າວແມ່ນຈະເລີ່ມຈັດຕັ້ງປະຕິບັດກ່ອນວັນທີ 31 ມັງກອນນີ້ ແລະ ຈະໃຫ້ສໍາເລັດພາຍໃນ 9 ເດືອນ, ຈາກນັ້ນຈະມີຊ່ຽວຊານຕິດຕາມເປັນເວລາ 3 ປີ, ເຊິ່ງຝ່າຍຈີນຈະໄດ້ເຝິກອົບຮົມນັກວິຊາການໃຫ້ຝ່າຍລາວ ເພື່ອໃຫ້ສາມາດນໍາໃຊ້ແລະ ຄວບຄຸມອຸປະກອນເຕັກນິກແລະ ຊ່ວຍຍົກລະດັບບາງດ້ານກ່ຽວກັບເຕັກນິກໃຫ້ເປັນລະບົບHD ໃນການຜະລິດຄົບຊຸດເຊັ່ນ:ປັບປຸງຍົກລະດັບຫ້ອງສະຕູດີໂອ, ອຸປະກອນການຕັດຕໍ່, ການຖ່າຍທໍາ, ການອອກອາກາດ, ການຖ່າຍທອດສົດລະບົບ HD, ອຸປະກອນການອອກອາກາດແບບພົກພາ ແລະ ອື່ນໆ, ຊຶ່ງການຮ່ວມມືຊ່ວຍເຫລືອດັ່ງກ່າວ ຈະເປັນການປະກອບສ່ວນຍົກລະດັບການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຊາດລາວ-ຈີນເວົ້າລວມ, ເວົ້າສະເພາະກໍແມ່ນການຮ່ວມມືຊ່ວຍເຫລືອໃນຂົງເຂດໂທລະພາບ ແລະ ສື່ມວນຊົນ 2 ປະເທດລາວ-ຈີນ ໃຫ້ມີການພັດທະນາຂຶ້ນເປັນກ້າວໆ.