ສະຫຼອງປີໃໝ່ຈີນ ຢູ່ນະຄອນຫຼວງວຽງຈັນ


ໃນວັນທີ 27 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະມາຄົມຈີນຢູ່ລາວໄດ້ຈັດງານພົບປະສ້າງສັນໃນໂອກາດປີໃໝ່ຂອງຕົນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາກົມການເມືອງສູນກາງພັກ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ຫວ່ອງເວີນທຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນປະຈໍາລາວເຂົ້າຮ່ວມນໍາດ້ວຍ.
ໃນໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດໃຫ້ຮູ້ວ່າ: ໄລຍະຜ່ານມາ ການພົວພັນລາວ-ຈີນ ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກໃນທຸກຂົງເຂດບົນພື້ນຖານສາຍພົວພັນມິດຕະພາບອັນເປັນມູນເຊື່ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ, ເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມທີ່ບໍ່ສາມາດທັບມ້າງອອກຈາກກັນໄດ້ລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງປະເທດຕາມທິດ 4 ດີຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.