ຕໍາຫລວດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດໍາເນີນຄະດີພ້ອມຂອງກາງຢາບ້າ 36 ພັນເມັດ
ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ຢູ່ເຂດບ້ານດົງໂດກເມືອງໄຊທານີນະຄອນຫລວງວຽງຈັນ ຄື: ທ້າວ ສົມສັກ ອາຍຸ 43 ປີຢູ່ບ້ານພະຂາວ, ທ້າວ ວິໄລສາ (ກົບ) ອາຍຸ 28 ປີຢູ່ບ້ານໂຊກນ້ອຍເມືອງໄຊເສດຖານະຄອນຫລວງວຽງຈັນ ແລະ ທ້າວອຳພອນ ອາຍຸ 52 ປີຢູ່ບ້ານນາມອນເມືອງວັງວຽງແຂວງວຽງຈັນ, ພ້ອມຂອງກາງຢາເສບຕິດປະເພດຢາບ້າ 36 ພັນເມັດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເປັນຂອງພວກເຂົາແທ້, ເຊິ່ງຊື້ມາຈາກຂະບວນການດຽວກັນ ເພື່ອຈະໄປສົ່ງໃຫ້ລູກຄ້າສັ່ງຊື້ຢູ່ເຂດບ້ານດົງໂດກ ແລະ ໃນຂະນະລໍຖ້າລູກຄ້າມາຮັບເອົາຢາກໍຖຶກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ. ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາຜູ້ຮ່ມຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.