ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ

ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ - newss 55 - ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ
ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ - kitchen vibe - ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ

ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ, ສູນ​ກາງ​ສະຫະພັນ​ກໍາມະບານ ​ແລະ ສະພາ​ການ​ຄ້າອຸດສາຫະກຳ​ແຫ່ງ​ຊາດ​ລາວ ​​ໄດ້ຮ່ວມກັນຈັດ​ກອງປະຊຸມ 3 ຝ່າຍລະດັບ​ຊາດຂຶ້ນເມື່ອທ້າຍອາທິດຜ່ານມາທີ່ນະ​ຄອນ​ຫລວງວຽງຈັນ, ເພື່ອ​ຄົ້ນຄວ້າປຶກສາ​ຫາລື​ກ່ຽວກັບ​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າສຸດ, ໂດຍການ​ປະທານ​ຮ່ວມຂອງທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງແຮງ​ງານ ​ແລະ ສະຫວັດດີກາ​ນສັງຄົມ, ທ່ານ ສີ​ມູນ ອຸ່ນ​ລາສີ ຮອງ​ປະທານສູນ​ກາງສະຫະພັນ​ກຳມະບານ​ລາວ ​ແລະ ທ່ານ ວັນ​ທອງ ສິດທິ​ກຸນ ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ, ມີຜູ້ຕາງໜ້າຈາກ​ຂະ​ແໜງການ​ກ່ຽວຂ້ອງຕ່າງໆເຂົ້າ​ຮ່ວມນໍາດ້ວຍ.

ກອງ​ປະຊຸ​ມໄດ້​ຄົ້ນຄວ້າ​ປຶກສາ​ຫາລື​ ກ່ຽວກັບການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າສຸດ,​ ​ໂດຍສູນ​ກາງ​ສະຫະພັນ​ກຳມະບານ​ລາວ​ໄດ້​ສະ​ເໜີຄ່າ​ແຮງ​ງານ​ຂັ້ນຕໍ່າສຸດ​ໃໝ່​ແມ່ນ 1,2 ລ້ານກີບຕໍ່ຄົນຕໍ່​ເດືອນ ຫລື ​ເພີ່ມ​ຂຶ້ນ​ຈາກ​ເດີມ 33,33%, ທຽບ​ໃສ່​ຄ່າ​ແຮງ​ງານ​ຂັ້ນຕໍ່າສຸດປີ 2015, ສ່ວນສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວສະ​ເໜີປັບ​ຂຶ້ນ​ຄ່າ​ແຮງ​ງານຂັ້ນຕໍ່າໃຫ້​ຢູ່​ໃນ​ລະດັບ​ບໍ່​ເກີນ 1 ລ້ານ​ກີບຕໍ່ຄົນຕໍ່​ເດືອນ ຫລື ​ເພີ່​ມຂຶ້ນ​ຈາກ​ເດີມ 11,11% ທຽບ​ໃສ່​ປີ 2015 ແລະ ກະຊວງ​ແຮງ​ງານ​ສະເໜີປັບ​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນຕໍ່າສຸດ​ໃນ​ລະດັບ 1,1 ລ້ານກີບຕໍ່ຄົນຕໍ່​ເດືອນ ​ເພີ່ມ​ຂຶ້ນ 22,22%, ເຊິ່ງຜົນ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງນີ້, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ແມ່ນ​ຈະ​ໄດ້​ນໍາ​ສະ​ເໜີຕໍ່ລັດຖະບານ​ ເພື່ອ​ພິຈາລະນາ ແລະ ​ກຳນົດ​ເອົາ​ຕົວ​ເລກ​ຄ່າ​ແຮງ​ງານ​ຂັ້ນຕໍ່າສຸດ​ທີ່​ຈະ​ປັບປຸງ​ໃໝ່ໃຫ້ເໝາະສົມ ເພື່ອ​ອະນຸມັດ​ພິຈາລະນາ​ນຳ​ໃຊ້​ໃນ​ຂັ້ນຕໍ່​ໄປ.

ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ - Visit Laos Visit SALANA BOUTIQUE HOTEL - ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ
ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ - 5 - ລາວປຶກສາ​ຫາລື​ການ​ປັບປຸງ​ຄ່າ​ແຮງ​ງານ​ຕໍ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!