ເປີດ Wi-Fi ປະໄວ້ເວລານອນ ມີຜົນເສຍຫລາຍກ່ວາທີ່ທ່ານຄິດ
ຂະນະທີ່ເຮົາໃຊ້ອຸປະກອນອີເລັກໂຕຣນິກຢູ່ນັ້ນ ຮ່າງກາຍຂອງເຮົາຈະໄດ້ຮັບຄື້ນສະໜາມແມ່ເຫລັກໄຟຟ້າຈາກສິ່ງເຫລົ່ານີ້ ແລະ ຜົນກະທົບຂອງມັນຈະເຮັດໃຫ້ຮ່າງກາຍເຮົາອ່ອນເພຍຫລາຍກ່ວາປົກກະຕິເຖິງ 2 ເທົ່າ. ນັກຮຽນດານມາກຊັ້ນມັດທະຍົມປາຍ 5 ຄົນ ໄດ້ເຮັດການທົດລອງທີ່ສຸດຍອດອອກມາ ແລະ ຜົນທີ່ໄດ້ນັ້ນຈະເຮັດໃຫ້ທ່ານເຊົາເປີດ Wi-Fi ປະໄວ້ຕອນກາງຄືນແນ່ນອນ.
ພວກເຂົາພົບວ່າຫາກເປີດມືຖືປະໄວ້ໃນເວລາກາງຄືນໃກ້ໆກັບຮ່າງກາຍເຮົາໃນເວລນອນຫລັບພັກຜ່ອນ ກໍຈະເຮັດໃຫ້ຮ່າງກາຍເຮົາຮູ້ສຶກບໍ່ສົດຊື່ນເມື່ອເຮົາຕື່ນຂຶ້ນມາ.
ພວກເຂົາໄດ້ທົດລອງໂດຍການປູກຖົ່ວງອກໃນຫ້ອງທີ່ມີສັນຍານ Wi-Fi ແລະ ບໍ່ມີ Wi-Fi ຜ່ານໄປ 12 ວັນ ຜົນທີ່ໄດ້ນັ້ນໜ້າ ຕົກໃຈຫລາຍ ຫ້ອງທີ່ບໍ່ມີສັນຍານ Wi-Fi ນັ້ນ ຖົ່ວງອກໄດ້ຈະເລີນເຕີບໃຫຍ່ເປັນປົກກະຕິ, ແຕ່ຫ້ອງທີ່ມີສັນຍານ Wi-Fi ນັ້ນ ຖົ່ວງອກບໍ່ເຕີບໃຫຍ່ ທັງຍັງຕາຍນຳອີກ.
ການທົດລອງນີ້ເຮັດໃຫ້ພວກເຂົາໄດ້ຮັບລາງວັນດ້ານວິທະຍາສາດລະດັບທ້ອງຖິ່ນ ແລະ ເຮັດໃຫ້ເລື່ອງນີ້ໄດ້ຮັບຄວາມສົນໃຈ ຈາກນັກວິທະຍາສາດເປັນຈຳນວນຫລາຍ.
ກ່ອນນອນກໍຢ່າລືມປິດ ຫລື ເອົາໂທລະສັບມືຖືໄປວາງຫ່າງຈາກໂຕ ນອກຈາກຈະຊ່ວຍຮັກສາສະພາບຮ່າງກາຍແລ້ວ ຍັງສາ ມາດຕັດສິ່ງລົບກວນເວລາພັກຜ່ອນເຮົາໄດ້ນຳອີກ.