ສິ້ນສຸດການລໍຄອຍ MLS ປະກາດຮັບຮອງ ທີມໄມອາມີ ຂອງ ເບັກແຮມ
ຫລັງຈາກລໍຄອຍມາເກືອບ 4 ປີ ເດວິດ ເບັກແຮມ ໄດ້ກາຍເປັນໜຶ່ງໃນເຈົ້າຂອງສະໂມສອນ ໄມອາມີ ປະເທດສະຫະລັດອາເມລິກາ ຮຽບຮ້ອຍ ເພື່ອລຸຍການແຂ່ງຂັນ ເມເຈີລີກ ຊອກເກີ ໃນປີ 2020 ຫລັງໄດ້ຮັບການອະນຸມັດຈາກຄະນະກຳມະການ MLS.
ເມເຈີລີກ ຊອກເກີ (MLS) ສະຫະລັດອາເມລິກາ ປະກາດຮັບຮອງທີມ ໄມອາມີ ຂອງ ເດວິດ ເບັກແຮມ ອະດີດກອງກາງທີມຊາດອັງກິດ ຢ່າງເປັນທາງການ ຫລັງຄະນະກຳມະການເມຈີລີກ ອະນຸມັດຮັບຮອງທີມເປັນອັນດັບທີ 25 ໃນວັນທີ 29 ມັງກອນນີ້.
ເບັກແຮມ ອາຍຸ 42 ປີ ລົງທຶນຊື້ແຟຣນໄຊຂອງບານເຕະເມເຈີ ລີກ ສະຫະລັດອາເມລິກາ ໃນເດືອນກຸມພາ 2014 ໃນຈຳນວນ 25 ລ້ານໂດລາສະຫະລັດ ຮ່ວມກັບຜູ້ຖືຫຸ້ນຫລາຍຄົນ ແຕ່ຕ້ອງປະສົບຄວາມຫລົ້ມເຫລວໃນການເຈລະຈາຊື້ທີ່ດິນ ເພື່ອກໍ່ສ້າງສະໜາມຫລາຍຄັ້ງ ຈົນເຮັດໃຫ້ໂຄງການດັ່ງກ່າວຕ້ອງຢຸດລົງໄປ.
ເຖິງຢ່າງໃດກໍຕາມຫລ້າສຸດ ອະດີດດາວເຕະແອລເອ ແກເລັກຊີ ໄດ້ກາຍເປັນເຈົ້າໜ້າຮ່ວມຂອງສະໂມສອນໄມອາມີ ຮຽບຮ້ອຍແລ້ວ ຫລັງສາມາດຢຸດບັນຫາທຸກຢ່າງໄດ້ ຈົນໄດ້ຮັບການອະນຸມັດຮັບຮອງທີມຈາກຄະນະກຳມະການຂອງລີກທີມເປັນອັນດັບທີ 25 ໂດຍຈະມີການປະກາດລາຍລະອຽດຕ່າງໆຕໍ່ໄປ ແລະ ຄາດວ່າຈະໄດ້ເຂົ້າຮ່ວມການແຂ່ງຂັນໃນປີ 2020.
ທັງນີ້ ເບັກແຮມ ປະກາດອຳລາວົງການກັບ ປາຣີສ ແຊງແຊກແມງ ໃນປີ 2013 ດ້ວຍອາຍຸ 37 ປີ ກ່ອນຈະມີການເຈລະຈາເລື່ອງການຊື້ແຟຣນໄຊ ໃນໄມອາມີ.