ສົ່ງເສີມການທ່ອງທ່ຽວ: ເລື່ອງ “ລາຄາ” ກໍໜ້າປັບປຸງ
ໃຜໆກໍເວົ້າວ່າ ເດີນທາງໄປທ່ອງທ່ຽວບ້ານເຮົານັ້ນ “ແພງ” ບໍ່ວ່າຈະເປັນອາຫານ, ທີ່ພັກເຊົາ ຫຼື ແມ່ນແຕ່ຄ່າປີ້ເຂົ້າຊົມກໍຖືວ່າມີລາຄາສູງສົມຄວນ.
ເລື່ອງດຽວກັນນີ້ກໍເກີດຂຶ້ນກັບຜູ້ຂຽນທີ່ໄດ້ສຳພັດຕົວຈິງມາໃໝ່ມາດໆ ຈາກການໄປທ່ຽວຊົມ ສວນສອງແຫ່ງໃນທ້າຍ ອາທິດ ທີ່ຜ່ານມາ, ດັ່ງເຮົາຮູ້ກັນວ່າ ການລິເລີ່ມການສ້າງ “ສວນ” ເພື່ອເປັນທາງເລືອກແກ່ນັກທ່ອງທ່ຽວຢູ່ ບ້ານເຮົານັ້ນ ແມ່ນແນວຄິດທີ່ດີຫຼາຍ ເຊິ່ງໃນຄວາມເປັນຈິງແລ້ວປະເທດ ໃກ້ຄຽງເຮົາເພິ່ນກໍເອົາການທ່ອງທ່ຽວ ກະສິກຳ, ການທ່ອງທ່ຽວແບບອະນຸລັກ ເປັນທາງເລືອກທີ່ດີແກ່ນັກທ່ອງທ່ຽວມາໄດ້ດົນສົມຄວນແລ້ວ ແລະຢູ່ ສປປລາວເຮົາ ກໍມີທ່າແຮງດ້ານນີ້ຫຼາຍສົມຄວນ ເຊິ່ງລັດຖະບານກໍໄດ້ພະຍາຍາມສົ່ງເສີມການທ່ອງທ່ຽວ ດ້ານນີ້ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.
ແຕ່ສິ່ງສຳຄັນໃນຂອດການພັດທະນາການທ່ອງທ່ຽວນີ້ ເພື່ອດຶງດູດຕະຫຼາດພາຍໃນ ກໍຄືຄົນລາວເຮົາເອງນັ້ນ ແມ່ນ ການພິຈາລະນາເລື່ອງ “ລາຄາ” ໃຫ້ສົມດຸນກັບຄຸນນະພາບ ແລະການບໍລິການ ເພາະສອງສິ່ງນີ້ຄົນລາວເຮົາ ມີບ່ອນສົມທຽບທີ່ເຮົາເວົ້າບໍ່ໄດ້ຄື ປະເທດໃກ້ຄຽງ, ຫຼາຍຄົນຢູ່ນະຄອນຫຼວງວຽງຈັນ ກໍມັກຂ້າມຂອງໄປທ່ຽວ ໃນທ້າຍອາທິດ ດ້ວຍເຫດຜົນທີ່ວ່າ ລາຄາ ສົມຄຸນນະພາບ ແລະການບໍລິການ ນັ້ນເອງ.
ແຕ່ກົງກັນຂ້າມ ແຫຼ່ງທ່ອງທ່ຽວຢູ່ບ້ານເຮົາຫຼາຍແຫ່ງ ເມື່ອເວົ້າເຖິງຄຸນນະພາບ ແລະການບໍລິການແລ້ວ ແມ່ນສົມທຽບເພິ່ນບໍ່ໄດ້ ແຕ່ເວົ້າເຖິງລາຄາແລ້ວ ທຽບເທົ່າ ຫຼື ແພງກວ່າເປັນສ່ວນຫຼາຍ, ຕົວຢ່າງ ປີ້ເຂົ້າ ຊົມສວນ 25,000 ກີບ ຕໍ່ຄົນຢູບ້ານເຮົາ ເຊິ່ງຕາມທັດສະນະແລ້ວ ລາຄານີ້ ກໍພໍຟັງສຳລັບກຸ່ມຄົນທີ່ມີລາຍໄດ້ປານກາງ ຂຶ້ນເມືອ ແຕ່ສຳລັບຜູ້ມີລາຍໄດ້ຕໍ່າ ເຊິ່ງປັດຈຸບັນກໍແມ່ນປະມານ 900,000 ກີບ ຕໍ່ເດືອນຕາມນະໂຍບາຍຂອງລັດຖະບານ, ສະນັ້ນຖ້າຢາກເຂົ້າທ່ຽວຊົມ ສວນ ຫຼື ສະຖານທີ່ທ່ອງທ່ຽວອື່ນ ທີ່ມີລາຄາ 25,000 ກີບກໍໄດ້ຄິດເຕີບຫນຶ່ງພຸ້ນລະ, ພ້ອມນັ້ນ ລາຄາ ສິນຄ້າ ອາດຈະເປັນ ອາຫານ-ເຄື່ອງດຶ່ມ, ຂອງທີ່ລະນຶກ ກໍລາຄາບໍ່ຢອກຄືກັນ ອາດປະມານ 3 ເທົ່າຂອງລາຄາປົກກະຕິ.
ສະນັ້ນ, ເຖິງແມ່ນວ່າ ທ້າຍອາທິດ ຄົນລາວໄປທ່ຽວຊົມສະຖານທີ່ທ່ອງທ່ຽວໃນລາວ ຍັງບໍ່ຄຶກຄັກເທົ່າທີ່ຄວນ, ເຊື່ອວ່າ ເລື່ອງລາຄານີ້ລະ ອາດເປັນປັດໄຈສຳຄັນ ເພາະທີ່ຈິງແລ້ວໃຜໆ ກໍຢາກໄປທ່ຽວ ແຕ່ເມື່ອຮູ້ລາຄາ ແລ້ວຄວາມຕັ້ງໃຈນັ້ນກໍຫຼຸດລົງ, ການກຳນົດລາຄາ ຂອງປີ້ເຂົ້າທ່ຽວຊົມ, ການກຳນົດລາຄາອາຫານ, ເຄື່ອງຂອງທີ່ລະນຶກ ແລະທີ່ພັກເຊົາ ໃນສະຖານທີ່ທ່ອງທ່ຽວນັ້ນ ກໍອາດບົນພື້ນຖານເຫດຜົນທີ່ຈຳເປັນຂອງເພິ່ນ ແຕ່ຖ້າພວກເຮົາຢາກດຶງດູດ ແລະສົ່ງເສີມຈາກ “ລາວທ່ຽວລາວ” ໄປຫາ “ຄົນຕ່າງປະເທດ ທ່ຽວລາວ” ກໍຄວນສົມທົບ ລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການກຳນົດລາຄາທີ່ເໝາະສົມ ຈຶ່ງຈະເຮັດໃຫ້ການ ທ່ອງທ່ຽວ ມີຊີວິດຊີວາ ແລະສ້າງຄວາມປະທັບໃຈໃນໄລຍະຍາວແກ່ນັກທ່ອງທ່ຽວໄດ້ (ບໍ່ແມ່ນໄປເທື່ອ ດຽວແລ້ວຫລາບ) ເນາະ!!