ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ

ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ - IMG 1024 - ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ
ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ - kitchen vibe - ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ

ພິທີວາງສີລາລຶກເປີດການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 4 ທີ່ເມືອງພູກູດແຂວງຊຽງຂວາງ, ໄດ້ມີຂຶ້ນໃນວັນທີ 25 ມັງກອນນີ້, ໂດຍມີທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວາງເວີນທຽນ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາລາວ, ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ, ເປັນໂຄງການສໍາຄັນຕໍ່ການປັບປຸງຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນ, ຊຶ່ງລັດຖະບານລາວໄດ້ຕັດສີນໃຈລົງທຶນຫລາຍກວ່າ 700 ລ້ານໂດລາສະຫະລັດ ເຂົ້າໃນການກໍ່ສ້າງເຂື່ອນດັ່ງກ່າວ, ຊຶ່ງແມ່ນບໍລິສັດເຄື່ອງກົນຈັກໜັກແຫ່ງຊາດຈີນຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງມີກໍາລັງຕິດຕັ້ງທັງໝົດ 240 ເມກາວັດ (MW) ຄາດວ່າຈະໃຫ້ສໍາເລັດພາຍໃນໄລຍະເວລາ 5 ປີ 6 ເດືອນ, ເມື່ອໂຄງການສໍາເລັດຈະມີບົດບາດສໍາຄັນຫລາຍຕໍ່ການພັດທະນາພະລັງງານໄຟຟ້າຂອງລາວ ແລະ ກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວດີຂຶ້ນ, ໂດຍສະເພາະແມ່ນບັນດາແຂວງພາກເໜືອລາວ.

ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ - Visit Laos Visit SALANA BOUTIQUE HOTEL - ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ
ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ - 4 - ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!