ເຕັກນິກຊ່ວຍໃຫ້ເຊົາເສບຕິດນຳ້ຕານ
January 31, 2018 - 11:11 AM
- ເລີ່ມຈາກຫລຸດປະລິມານນຳ້ຕານທີ່ເຄີຍໃຊ້ ເພື່ອປັບສະພາບລີ້ນໃຫ້ຮັບລົດຊາດອາຫານທີ່ບໍ່ຫວານໃຫ້ແຊບຂຶ້ນ, ພະຍາຍາມຕັດອາຫານທີ່ຫວານອອກແຕ່ລະອາທິດແບບເປັນຂັ້ນໄດ ເຊັ່ນ : ອາທິດນີ້ເຊົາກິນຂອງຫວານຫລັງຈາກກິນເຂົ້າແລງແລ້ວ, ອາທິດຕໍ່ໄປເຊົາກິນຂອງຫວານ 2 ຄາບ ຫລື 3 ຄາບຕາມລຳດັບ ແລະ ຫາກໃສ່ນຳ້ຕານໃນຊາ ຫລື ກາເຟ ກໍໃຫ້ໃສ່ຫລຸດຈຳນວນລົງ ຖ້າເຮັດໄດ້ແນວນີ້ໄປເລື້ອຍໆ ຄວາມຢາກຂອງຫວານຂອງການຮັບຮູ້ລົດຊາດທາງລີ້ນຈະຄ່ອຍໆຫລຸດລົງ.
- ສາມາດເລືອກກິນອາຫານທີ່ມາຈາກໝາກໄມ້ທີ່ມີລົດຊາດບໍ່ຫວານ, ແຕ່ປົນສົ້ມ ເຊິ່ງສາມາດເລືອກອາຫານທີ່ມີປະໂຫຍດໃນການຟື້ນຟູລະບົບທໍ່ອາຫານ ເຊັ່ນ: ໂຢເກິດສົດບໍ່ມີນຳ້ຕານປະສົມ, ບໍ່ຫວານ ແລະ ໃຫ້ລົດຊາດສົ້ມທີ່ມີຄ່າ Glycemic Index ແລະ ຄ່າ Glycemic Load ຕໍ່າໆ ກຸ່ມໝາກເບີຣີ, ແກຣນເບີຣີ, ໝາກີວີ, ໝາກບລູເບີຣີ ແລະ ອື່ນໆ.
- ຄວນບໍລິໂພກໄຂມັນເພີ່ມຂຶ້ນ ເພື່ອໃຫ້ສ້າງສານຄີໂຕນໄປລ້ຽງແຊນໃນໄລຍະການອົດແປ້ງ ແລະ ນຳ້ຕານເຮັດໃຫ້ເກີດຄວາມຫິວແປ້ງ ແລະ ນຳ້ຕານໜ້ອຍລົງ ແນະນຳກົດໄຂມັນປານກາງທີ່ສາມາດດູດຊຶມເຂົ້າໄປເປັນພະລັງງານແກ່ຕັບ ແລະ ແຊນໄວທີ່ສຸດ ເຊັ່ນ : ນຳ້ມັນໝາກພ້າວ ລວມເຖິງນຳ້ມັນໝາກກອກ (ຫ້າມຜ່ານຄວາມຮ້ອນ), ເນີຍ, ໄຂ່ ແລະ ອື່ນໆ. ສ່ວນຜູ້ທີ່ກິນອາຫານເຈ ຂໍແນະນຳໃຫ້ດື່ມນຳ້ມັນໝາກພ້າວໃນໄລຍະການຫລຸດແປ້ງ ແລະ ນຳ້ຕານ.
- ບໍລິໂພກຜັກສົດເພີ່ມໄຟເບີຫລາຍຂຶ້ນ ອາດປະສົມກັບໝາກໄມ້ບໍ່ຫວານ ໂດຍໃຫ້ກິນຜັກກ່ອນຢ່າງອື່ນເພື່ອຫລຸດຄວາມຫິວທີ່ຈະໄປບໍລິໂພກແປ້ງ ແລະ ນຳ້ຕານໃຫ້ໜ້ອຍລົງ ແລະ ດື່ມນຳ້ຫລາຍຂຶ້ນ. ຫລັງຈາກນັ້ນ ຄ່ອຍໆຫລຸດປະລິມານນຳ້ຕານ ແລະ ຄາໂບໄຮເດຣດໃຫ້ໜ້ອຍລົງ ພຽງບໍ່ເທົ່າໃດອາທິດເຮົາກໍຈະມີຄວາມຢາກນຳ້ຕານໜ້ອຍລົງ.
- ບໍລິໂພກທັນຍາພືດແທນແປ້ງທີ່ມີການດູດຊຶມເຂົ້າກະແສເລືອດສູງແລະຫລາຍ, ຄວນຫລີກເວັ້ນເຂົ້າຫອມມະລິ, ເຂົ້າໜຽວ, ມັນຝຣັ່ງບົດ ຫລື ມັນຝຣັ່ງຈືນ.
- ອອກກຳລັງກາຍ 30 ນາທີຕໍ່ຮອບ 5 ມື້ຕໍ່ອາທິດ ເຊິ່ງຈະເປັນຜົນເຮັດໃຫ້ການປ່ຽນແປງລະດັບຄວາມຫິວນຳ້ຕານຫລຸດລົງ.
- ພະຍາຍາມບໍ່ໃຊ້ນຳ້ຕານທຽມ ເພາະອາດກະຕຸ້ນໃຫ້ມ້າມຜະລິດອິນຊູລິນອອກມາ ຈຶ່ງເຮັດໃຫ້ເກີດອາການນຳ້ຕານຕົກ ເຊິ່ງຈະເຮັດໃຫ້ຫິວນຳ້ຕານຫລາຍຂຶ້ນໃນໄລຍະອົດນຳ້ຕານຢູ່.
- ນຳ້ຕານຈັ່ງໃດກໍແມ່ນນຳ້ຕານ ບໍ່ວ່າຈະແມ່ນນຳ້ຕານແດງ ຫລື ຂາວ ຫລືແມ່ນແຕ່ນຳ້ເຜິ້ງ, ນຳ້ຕານໝາກພ້າວ ຈະສາມາດຫລຸດລະດັບການດູດຊຶມເຂົ້າກະແສເລືອດຊ້າກ່ວານຳ້ຕານເມັດ ກໍສາມາດເກີດໂທດໄດ້ຖ້າບໍລິໂພກຫລາຍ ດັ່ງນັ້ນຈຶ່ງບໍ່ຄວນທີ່ຈະບໍລິໂພກຫລາຍຄືກັນ.
- ເຊົາຊື້ເຂົ້າໜົມຫວານເຂົ້າເຮືອນ ເພື່ອບໍ່ໃຫ້ມີສິ່ງລໍ້ຕາລໍ້ໃຈໃນເຮືອນ ແລະ ເພື່ອບໍ່ໃຫ້ເກີດຄວາມເສຍດາຍອາຫານເຫລົ່ານີ້ທີ່ ຢູ່ໃນເຮືອນ.
- ຢ່າຄິດວ່າຊີ້ນສັດບໍ່ມີນຳ້ຕານສະເໝີໄປ, ຕັບຫ່ານ, ຕັບເປັດ, ຕັບໝູ, ຕັບໄກ່ ລ້ວນແຕ່ເປັນບໍລິເວນທີ່ມີໄກລໂຄເຈັນຫລາຍທີ່ສາມາດແປງເປັນນຳ້ຕານໄດ້. ຈາກການສຳຫລວດພົບວ່າລະດັບນຳ້ຕານໃນກະແສເລືອດຈະສູງຂຶ້ນຈາກອາຫານເຫລົ່ານີ້ມີຄ່າດັດຊະນີລະດັບນຳ້ຕານສູງ.
- ເຄື່ອງດື່ມທີ່ມີກາເຟອີນ ເຖິງວ່າຈະບໍ່ມີນຳ້ຕານ ແຕ່ກໍສາມາດກະຕຸ້ນຕັບອ່ອນໃຫ້ຜະລິດອິນຊູລິນຫລາຍຂຶ້ນ ດັ່ງນັ້ນຈະເຮັດໃຫ້ເກີດອາການຫິວນຳ້ຕານ ຫລື ນຳ້ຕານໃນເລືອດຕົກໄດ້.
12. ເມື່ອຫລຸດແປ້ງ ແລະ ຫລຸດນຳ້ຕານໄດ້ ໂດຍປົກກະຕິແລ້ວຈະເປັນການຊ່ວຍຄວບຄຸມນຳ້ໜັກຢູ່ແລ້ວ ຖ້າຈະໃຫ້ດີຄວນ ອອກກຳລັງກາຍນຳ.
- ຫາກເກີດຄວາມເຄັ່ງຄຽດຈາກການບໍ່ໄດ້ກິນຂອງຫວານ ກໍສາມາດກິນຂອງຫວານໜ້ອຍໜຶ່ງ ເພື່ອໃຫ້ຮູ້ລົດຊາດເພື່ອແລກກັບການເພີ່ມລະດັບນຳ້ຕານຈາກຄວາມເຄັ່ງຄຽດຂອງຮ່າງກາຍ.
- ອ່ານສະຫລາກອາຫານ ແລະ ເຄື່ອງດື່ມໃຫ້ເປັນນິໄສ ແລະ ໃຫ້ຄຳນວນປະລິມານນຳ້ຕານວ່າຫລາຍ ຫລື ໜ້ອຍ ແລ້ວໃຫ້ງົດເຄື່ອງດື່ມຫວານທຸກຊະນິດ ແລ້ວດື່ມນຳ້ບໍລິສຸດແທນ.
- ບາງເທື່ອນຳ້ຕານແຝງເຂົ້າມາໃນອາຫານທີ່ເຮົາຄິດບໍ່ເຖິງ ເຊັ່ນ : ນຳ້ຊ໊ອດໝາກເລັ່ນ, ຊ໊ອດບາບີຄິວ, ຊ໊ອດພາສຕ້າ ແລະ ຊ໊ອດນຳ້ສະຫລັດຫລາຍຊະນິດມີນຳ້ຕານຫລາຍ.
16. ເຮັດກິດຈະກຳອື່ນ, ເຂົ້າສັງຄົມ, ໂອ້ລົມ ຫລື ນັ່ງສະມາທິ, ຝຶກໂຢຄະ ເພື່ອໃຫ້ຈິດໃຈຜ່ອນຄາຍ ບໍ່ໝົກໝຸ່ນຢູ່ກັບຄວາມຢາກນຳ້ຕານ.
- ຕັ້ງເປົ້າໝາຍທີ່ເປັນໄປໄດ້ ເພາະສຳລັບຄົນທີ່ບໍ່ປ່ວຍເປັນຫຍັງ ຍັງບໍ່ຈຳເປັນຕ້ອງເຖິງຂັ້ນງົດແປ້ງ ແລະ ນຳ້ຕານ ພຽງແຕ່ຫລຸດແປ້ງ ແລະ ນຳ້ຕານລົງກໍຖືເປັນເລື່ອງທີ່ໜ້າຍິນດີແລ້ວສຳລັບການຫລຸດຄວາມສ່ຽງຂອງພະຍາດລົງໄດ້.